ລົງມືກໍ່ສ້າງສຳນັກງານສະຖານກົງສູນໃຫຍ່ຫວຽດນາມປະຈຳພາກເໜືອລາວ

ລົງມືກໍ່ສ້າງສຳນັກງານສະຖານກົງສູນໃຫຍ່ຫວຽດນາມປະຈຳພາກເໜືອລາວ - ảnh 1
(ພິທີ​ລົງມື​ກໍ່ສ້າງ​ໂຄງການ ກໍ່ສ້າງ​ສຳນັກງານ
ອົງການ​ຜູ້​ຕາງໜ້າ ຫວຽດນາມ ປະຈຳ ຫລວງ​ພະ​ບາງ)


(vovworld) - ຕອນ​ເຊົ້າ​ວັນ​ທີ 07/01, ຫົວ​ໜ້າສະຖານກົງສູນ​ ຫວຽດນາມ ປະຈຳ​ແຂວງ ຫລວງ​ພະ​ບາງ, ລາວ, ຈັດ​ຕັ້ງ​ພິທີ​ລົງມື​ກໍ່ສ້າງ​ໂຄງການ “ກໍ່ສ້າງ​ສຳນັກງານ, ​ເຮືອນ​ຢູ່​​ໃຫ້ພະນັກງານ​ພາລະ​ກອນອົງການ​ຜູ້​ຕາງໜ້າ ຫວຽດນາມ ປະຈຳ ຫລວງ​ພະ​ບາງ”. ນະພິທີ, ຫົວ​ໜ້າສະຖານກົງສູນ​ ຫວຽດນາມ ປະຈຳ​ແຂວງ ຫລວງ​ພະ​ບາງ ​ແລະ ບັນດາ​ແຂວງ​ພາກ​ເໜືອ ລາວ, ທ່ານ ​ເຈີ່ນ​ວັນ​ຕ໋ວນ ​ເນັ້ນ​ໜັກ​ວ່າ: ພາຍຫລັງ​ການ​ກໍ່ສ້າງ​ສຳ​ເລັດ, ສຳນັກງານ​ແຫ່ງ​ໃໝ່​ນີ້ ​ແມ່ນ​​ເຮືອນລວ​ມ, ​ແມ່ນ​ແຫ່ງ​ເຕົ້າ​ໂຮມ, ​ແບ່ງປັນ​ແນວ​ຄິດ​ຈິດ​ໃຈ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ຊ່ວຍ​ຍົກ​ສູງ​ທີ່​ຕັ້ງ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ​ໃນ​ເຂດ​ພາກ​ເໜືອ​ ລາວ. ກິດຈະກຳ​ນີ້ ກໍ່​ປະກອບສ່ວນ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກ​ຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ລາວ ​ເວົ້າ​ລວມ, ລະຫວ່າງ​ບັນດາ​ແຂວງ​ພາກ​ເໜືອ ລາວ ກັບ​ບັນດາ​ແຂວງ, ນະຄອນ​ຂອງ ຫວຽດນາມ ​ເວົ້າ​ສະ​ເພາະ.

        ຄາດ​ຄະ​ເນ​ວ່າ ​ພາຍຫລັງ​ລົງມື​ກໍ່​ສ້າງ​ເປັນ​ເວລາ 12 ​ເດືອນ, ໂຄງການ “ກໍ່ສ້າງ​ສຳນັກງານ, ​ເຮືອນ​ຢູ່​​ໃຫ້ພະນັກງານ​ພາລະ​ກອນອົງການ​ຜູ້​ຕາງໜ້າ ຫວຽດນາມ ປະຈຳ ຫລວງ​ພະ​ບາງ” ຈະ​ສຳ​ເລັດ.

 


ຂ່າວ/ບົດ​ອື່ນ