ລັດ​ຖະ​ບານ​ຈັດ​ຕັ້ງ​ກອ​ງ​ປະ​ຊຸມ​ທົ່ວ​ປະ​ເທດ​ເພື່ອ​ແນ​ໃສ່​ຟື້ນ​ຟູ​ການ​ຜະ​ລິດ

(VOVWORLD) -ໃນຕອນເຊົ້າວັນທີ 10 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມທົ່ວປະເທດທາງອອນລາຍຂອງລັດຖະບານກັບບັນດາທ້ອງຖິ່ນກ່ຽວກັບໜ້າທີ່, ມາດຕະການຮັບມືກັບໂລກລະບາດ Covid– 19, ໃນນັ້ນຈະປຶກສາຫາລືບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ, ຮັບປະກັນຊີວິດສັງຄົມ, ຮັກສາສະຖຽນລະພາບຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍ…
ລັດ​ຖະ​ບານ​ຈັດ​ຕັ້ງ​ກອ​ງ​ປະ​ຊຸມ​ທົ່ວ​ປະ​ເທດ​ເພື່ອ​ແນ​ໃສ່​ຟື້ນ​ຟູ​ການ​ຜະ​ລິດ - ảnh 1

ທ່ານມາຍຕຽນຢຸງລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ

ດ້ວຍເນື້ອໃນຈິດໃຈຟື້ນຟູການເຄື່ອນໄຫວຜະລິດຢູ່ພາຍໃນປະເທດ, ຜ່ານຜ່າຄວາມຫຍຸ້ງຍາກໂດຍໂລກລະບາດ Covid– 19 ສ້າງຂຶ້ນ,ໃນກອງປະຊຸມລັດຖະບານ, ຄະນະປະຈຳລັດຖະບານ ຫຼາຍໆຄັ້ງ, ຍາມໃດທ່ານນາຍົກລັດຖະມົນຕີ ກໍ່ເນັ້ນໜັກເຖິງບຸລິມະສິດຕ້ານ Covid– 19 ແຕ່ວ່າຕ້ອງຮັບປະກັນການຜະລິດ, ດຳເນີນທຸລະກິດ. ດັ່ງນັ້ນ, ຕ້ອງຮັບຟັງບັນດາຄຳເຫັນ, ຂໍ້ສະເໜີຂອງວິສາຫະກິດ ແລະ ປະຊາຊົນແມ່ນວິທີການໃກ້ຊິດທີ່ສຸດ, ເປັນຄວາມຈິງທີ່ສຸດເພື່ອໃຫ້ລັດຖະບານ, ບັນດາກະຊວງ, ຂະແໜງການຍົກອອກບັນດາມາດຕະການຢ່າງທັນການ, ຊັດເຈນແລະ ມີປະສິດທິຜົນ.

ທີ່ກອງປະຊຸມທົ່ວປະເທດ, ລັດຖະມົນຕີບາງທ່ານສະເໜີບັນດາມາດຕະການຢ່າງລະອຽດເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກທີ່ຂຶ້ນກັບຂະແໜງຂອງຕົນທີ່ເກີດຈາກໂລກລະບາດ ໃຫ້ດີທີ່ສຸດ, ພ້ອມທັງຮັບຟັງບັນດາຄຳເຫັນປຶກສາ, ຄຳເຫັນປະກອບຈາກກອງປະຊຸມ ເພື່ອເປັນພື້ນຖານໃຫ້ລັດຖະບານປະກາດໃຊ້ບັນດາວິທີການແກ້ໄຂຢ່າງຊັດເຈນແລະທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ