ລັດຖະບານຝະລັ່ງຜ່ານຜ່າການປ່ອນບັດບໍ່ໄວ້ວາງໃຈ

ລັດຖະບານຝະລັ່ງຜ່ານຜ່າການປ່ອນບັດບໍ່ໄວ້ວາງໃຈ - ảnh 1
​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງໃໝ່​ສືບ​ຕໍ່​ເກີດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ ຝະລັ່ງ
(ພາບ: AFP/TTXVN)

(vovworld) - ຄ່ຳ​ຄືນ​ວັນ​ທີ 12/05 ຕາມ​ເວລາ ຮ່າ​ໂນ້ຍ, ລັດຖະບານ ຝະລັ່ງ ​ໄດ້​ຜ່ານ​ການ​ປ່ອນ​ບັດບໍ່​ໄວ​້ວາງ​ໃຈ​ຕາມ​ຂໍ້​ສະ​ເໜີ​ຂອງຝ່າຍຄ້ານ ພາຍຫລັງ​​ໃຊ້ລັດຖະດຳລັດ​ສະບັບ​ໜຶ່ງ ​ເພື່ອ​ປະກາດ​ໃຊ້​ບັນດາມາດຕາ​ປັບປຸງກົດໝາຍ​ວ່າ​ດ້ວຍ​ແຮງ​ງານ​ ທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ ​​ເຊິ່ງບໍ່ຕ້ອງ​ການ​ໄດ້​ຮັບ​ການຮັບຮອງ​ເອົາຈາກ​ສະພາ​ແຫ່ງ​ຊາດ. ​ໃນ​ການ​ປ່ອນ​ບັດ​ຢູ່​ສະພາ​ແຫ່ງ​ຊາດ, ຂໍ້​ສະ​ເໜີ​ບໍ່ໄວ້​ວາງ​ໃຈຕໍ່​ລັດຖະບານ ​ໂດຍ​ຝ່າຍ​ຄ້ານ​ສະ​ເໜີ ພຽງ​ແຕ່​ໄດ້​ຮັບ​ບັດ​ສະໜັບສະໜູນ 246 ບັດ. ​ໃນຂະນະ​ນັ້ນ ຂໍ້​ສະ​ເໜີ​ນີ້ ​ຕ້ອງການໄດ້​ຮັບ​​​ບັດ​ສະໜັບ​ສະ​ໜູນ​ຢ່າງ​ໜ້ອຍ​ສຸດ​ແມ່ນ 288 ບັດ ຈຶ່ງ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ໄດ້.

        ​ແລ​ະ​ໃນ​ວັນ​ດຽວ​ກັນ, ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງໃໝ່​ສືບ​ຕໍ່​ເກີດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ ຝະລັ່ງ ​ເພື່ອ​ແນ​ໃສ່ຄັດຄ້ານ​ເລື່ອງ​ລັດຖະບານ​ນຳ​ໃຊ້​ລັດຖະດຳລັດ ປະກາດ​ໃຊ້​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການປັບປຸງ​ແຮງ​ງານ. ບັນດາ​ການ​ປະ​ທະ​ກັນ ​ແລະ ການ​ກະທຳ​ຫົວ​ຮຸນ​ແຮງ​ໄດ້​​ເກີດ​ຂຶ້ນ​ຢູ່​ນະຄອນຫລວງ Paris ​ແລະ ນະຄອນ Nantes ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ