ລັດຖະບານຫວຽດນາມ ສືບຕໍ່ຢືດໝັ້ນການປະຕິບັດມາດຕະການຄວບຄຸມໄພເງິນເຟີ້

ລັດຖະບານຫວຽດນາມ ສືບຕໍ່ຢືດໝັ້ນການປະຕິບັດມາດຕະການຄວບຄຸມໄພເງິນເຟີ້ - ảnh 1
(ພາບປະກອບ)
(vovworld) - ກ່າວ​ຕຳ​ເຫັນ​ທີ່ກາ​ນປະຊຸມ​ຂ່າວນັດ​ສາມັນ​ປະ​ຈຳ​ເດືອນ 3 ຂອງ​ລັດຖະບານ, ທ່ານ​ລັດຖະມົນຕີ, ຫົວ​ໜ້າ​ຫ້ອງ​ວ່າການ​ລັດຖະບານຫວຽດນາມ ວູດຶກ​ດາມ ຢືນຢັນ​ວ່າ ລັດຖະບານ​ສືບ​ຕໍ່ຢືດໝັ້ນ​ປະຕິບັດ​ບັນດາ​ມາດ​ຕະການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ມາ​ຮອດ​ປະຈຸ​ບັນ​ມີ​
ພື້ນຖານ​ຮຽກຮ້ອງ​ໃຫ້​ທະນາຄານ​ຫຼຸດ​ດອກ​ເບ້ຍ ​ເພື່ອ​ໃຫ້ລະດັບ​ເງິນ​ເຟີ້​ຂອງ​ຫວຽດນາມ ​ແລະ ການໃຊ້​ຈ່າຍທຶນ​ຂອງ​ວິ​ສາ​ຫະກິດ​ຢູ່​ລະ​ບັບປານ​ກາງ, ສ້າງ​ສະພາບ​ແວດ​ລ້ອມ​ການດຳ​ເນີນ​ທຸລະ​ກິດ​ໃຫ້​ສະດວກ​ກວ່າ ​ແກ່​ວິ​ສາ​ຫະກິດ​​ໃນ​ປະຈຸ​ບັນ ​ແລະ ຍາວ​ນານ. ກ່ຽວຂ້ອງ​ເຖິງ​ບ້ວງ​ເງິນ​ສິນ​ເຊື່ອ 30.000 ຕື້​ດົງ ​ເພື່ອ​ໃຫ້​ປະຊາຊົນ​ຊື້​ເຮືອນ​ດ້ວຍລາຄາ​ຕໍ່າ, ທ່ານ​ລັດຖະມົນ​ຕີ ວູດຶດດາມ ​ໃຫ້​ຮູ້​ວ່າ.

        “ທັດສະນະ​ຂອງ​ລັດຖະບານ​ແມ່ນ​ປັບປຸງ​ບັນດາ​ຂໍ້​ກຳນົດ​ທີ່​ຈຳ​ເປັນ ​ເພື່ອ​ໃຫ້​ປະຊາຊົນ​ໄດ້​ກູ້​ຢືມທຶນ​​ເພື່ອ​ຊື້​ເຮືອນ ຫາກ​ບໍ່​ແມ່ນ​ພຽງ​ແຕ່​ຢືມທຶນ​ເພື່ອ​ຊື້​ເຮືອນ. ລັດຖະບານ​ກໍ​ຊີ້​ແຈ້ງ​ວ່າ ກຳນົດເວລາ​ນັ້ນ​ຄວນ​ແກ່ຍາວ​ຕື່​ມອີກ. ພ້ອມ​ນັ້ນ ລັດຖະບານ​ກໍ​ຮຽກຮ້ອງ​ໃຫ້​ທະນາຄານ​ແຫ່ງ​ລັດ ມີ​​ແຜນການ​ຢ່າງ​ລະອຽດ​ເພື່ອ​ຮັບປະກັນ​​​ເວລາ​ກູ້​ຢືມສູງ​ສຸດ​ແມ່ນ​ຄື​ແນວ​ນັ້ນ. ອາດ​ຈະຫຼຸດ​ລົງ​ ແຕ່​ບໍ່​ສູງກວ່າ​ຄ່າດອກ​ເບ້ຍ​ນັ້ນ​ໃນ​ອະນາຄົດ, ​ເພື່ອ​ສ້າງ​​ເງື່ອນ​ໄຂສະດວກ​ໃຫ້​ຜູ້​ຊື້​ເຮືອນ”.

ຂ່າວ/ບົດ​ອື່ນ