ລັດຖະມົນຕີກະຊວງການຕ່າງປະເທດ ຈີີນ ຕ້ອນຮັບ ເອກອັກຄະລັດຖະທູດ ບັນດາປະເທດ ອາຊຽນ

(VOVWORLD) -    ຕອນຄໍ່າວັນທີ 29 ຕຸລາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວາງອີ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ 10 ປະເທດ ອາຊຽນ ປະຈໍາ ຈີນ.
ລັດຖະມົນຕີກະຊວງການຕ່າງປະເທດ ຈີີນ ຕ້ອນຮັບ ເອກອັກຄະລັດຖະທູດ ບັນດາປະເທດ ອາຊຽນ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ (ພາບ: TTXVN)

        ທີ່ການຕ້ອນຮັບ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໄດ້ສະເໜີວ່າ ຈີນ ແລະ ບັນດາປະເທດ ອາຊຽນ ຄວນມານະພະຍາຍາມພ້ອມກັນແກ້ໄຂບັນດາສິ່ງທ້າທາຍ, ຮ່່ວມມືກັນເພື່ອຮັກສາລັດທິຫຼາຍຝ່າຍ, ພ້ອມທັງສົມທົບກັນເພື່ອຮັກສາສັນຕິພາບໃນພາກພື້ນ.

        ສ່ວນ ເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ໃຫ້ຄໍາໝັ້ນສັນຍາວ່າ ອາຊຽນ ພ້ອມແລ້ວທີ່ຈະຮັກສາການຕິດຕໍ່ພົວພັນ ແລະ ການຮ່ວມມືຢ່າງແໜ້ນແຟ້ນກັບຈີນ ເພື່ອຮັບປະກັນໃຫ້ກອງປະຊຸມບັນດາການນໍາບັນດາປະເທດ ອາຊີຕາເວັນອອກ ຂອງປີ 2019 ນີ້ ຖືກຈັດຂຶ້ນຢ່າງສໍາເລັດຜົນ.

        ໄປຄຽງຄູ່ກັນນັ້ນ, ສອງຝ່າຍໄດ້ເຫັນດີເພີ່ມທະວີການປະສານງານ, ຊອກຫາບັນດາວິທີການພັດທະນາ “ສາຍພົວພັນຄູ່ຮ່ວມມືເສດຖະກິດຂຽວ”, ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດເຕັກນິກດີຈີຕອນ ແລະ ບັນດາຂົງເຂດອື່ນໆ, ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ມານະພະຍາຍາມສໍາເລັດການເຈລະຈາກ່ຽວກັບ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນປີ 2019 ນີ້ ແລະ ຮັກສາລັດທິຫຼາຍຝ່າຍ ແລະ ການຄ້າເສລີ./.

ຕອບກັບ

ຂ່າວ/ບົດ​ອື່ນ