ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມພົບປະເຈລະຈາກັບລັດຖະມົນຕີກະຊວງປ້ອງກັນປະເທດອິນເດຍ

ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມພົບປະເຈລະຈາກັບລັດຖະມົນຕີກະຊວງປ້ອງກັນປະເທດອິນເດຍ - ảnh 1
(ການ​ພົບ​ປະ​ເຈ​ລະ​ຈາ ​ກັບຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ​ ອິນ​ເດຍ)

(vovworld) –​ ໃນ​ຕອນ​ບ່າຍ​ ວັນ​ທີ 5/6, ທີ່​ສຳ​ນັກ​ງານ​ ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ທ່ານ ພົນ​ເອກ ໂງ​ຊວນ​ລິກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບຢ່າງ​ເປັນ​ທາງ​ການ ແລະ ດຳ​ເນີນ​ການ​ພົບ​ປະ​ເຈ​ລະ​ຈາ ​ກັບຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ​ອິນ​ເດຍ ໂດຍ ທ່ານ Manohar Parrika ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອິນ​ເດຍ ເປັນ​ຫົວ​ໜ້າ​ຄະ​ນະ. ທີ່​ການ​ພົ​ບ​ປະ​ເຈ​ລະ​ຈາ, ທ່ານ Manohar Parrika ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອິນ​ເດຍ  ຢືນ​ຢັນວ່າ ຫວຽດ​ນາມ ເປັນ​ຄູ່​ຮ່ວມ​ມື ທີ່ສຳ​ຄັນ​ ຂອງອິນ​ເດຍ ຢູ່​ພາກ​ພື້ນ. ອິ​ນເດຍ ປາດ​ຖະ​ໜາຢ​າກ ພັດ​ທະ​ນາ​ການ​ພ​ົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ ກັບ​ຫວຽດ​ນາມ ແລະ ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ທ່ານ ໂງ​ຊວນ​ລິກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ເນັ້ນ​ໜັກ​ວ່າ ອິ​ນເດຍ ເປັນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ, ຫວຽດ​ນາມ​ ຍາມ​ໃດ​ກໍ່ໃຫ້​ບຸ​ລິ​ມະ​ສິດ ໃນ​ການ​ພົວ​ພັນ​ຮອບ​ດ້ານ​ ກັບ​ອິນ​ເດຍ. ສອງ​ຝ່າຍ ​ເຫັນ​ດີ​ເປັນ​ເອ​ກະ​ພາບນຳກັນ ຕີ​ລາ​ຄາ​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ສອງ​ປະ​ເທດ​ໄລ​ຍະ​ຜ່ານ​ມາ ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າ​ງຕັ້ງ​ໜ້າ ຕາມ​ຂໍ້​ຕົກ​ລົງ​ທີ່​ໄດ້​ເຊັນກັນ, ພິ​ເສດ​ແມ່ນ ໃນ​ການ​ແລກ​ປ່ຽນ​ຄະ​ນະ​ຜ​ູ້​ແທນ ແລະ ແລກ​ປ່ຽນ​ບົດ​ຮຽນ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​​ຊາດ ລະ​ຫວ່າງ​ ສອງ​ປະ​ເທດ ຈຳ​ເປັນ​ຕ້ອງ​ເຂົ້າ​ສູ່​ລວງ​ເລິກ, ຕາມ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ​ແລະ ຂໍ້​ຕົກ​ລົງກ່ຽວ​ກັບ​ວິ​ໄສ​ທັດ ທີ່​​ລະ​ບຸ​ໄວ້ໃນ “ຖະ​ແຫຼງ​ການ​ວິ​ໄສ​ທັດ​ລວມ ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາ​ດ ຫວຽດ​ນາມ-ອິນ​ເດຍ ໄລ​ຍະ 2015-2020”.

 

 

 

 

 

 

 

ຂ່າວ/ບົດ​ອື່ນ