ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເຈລະຈາກັບລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ

ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເຈລະຈາກັບລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ - ảnh 1
ທ່ານ​ພົນ​ເອກ ​ໂງ​ຊວນ​ລິກ ​ພົບ​ປະ​ເຈລະຈາ​ກັບ​ທ່ານ ພົ​ນ​ໂທ

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 13/01 ຢູ່ ບັກ​ກີ​ງ ທ່ານ​ພົນ​ເອກ ​ໂງ​ຊວນ​ລິກ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ ພົ​ນ​ໂທ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຈີນ ຈ໋າງກວານຈ໋ວານ. ທ່ານ​ພົນ​ເອກ ​ໂງ​ຊວນ​ລິກ ຕີ​ລາຄາ​ສູງ ປີ 2016 ​ແມ່ນ​ປີທີ່​ການ​ພົວພັນ 2 ປະ​ເທດ ຫວຽດນາມ - ຈີນ ບັນລຸ​ໄດ້ບັນດາ​ຜົນງານ​ອັນ​ດີງາມ, ​ໂດຍ​ສະ​ແດງ​ໃຫ້​ເຫັນ​ດ້ວຍ​ບັນ​ດາການ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ​ຂອງ​ການ​ນຳ​ພັກ, ລັດ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ. ​ເລື່ອງ​ການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ ​ແລະ ກອງທັບ 2 ປະ​ເທດ​ພົບ​ປະ​ເປັນ​ປະຈຳ ສະ​ແດງ​ໃຫ້​ເຫັນ​ການ​ພົວພັນ 2 ປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ໝັ້ນຄົງເຂັ້ມ​ແຂງ, ພັດທະນາ​ຢ່າງ​ຕັ້ງໜ້າ ຕອບ​ສະໜອງ​ຜົນ​ປະ​ໂຫຍ​ກ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ 2 ປະ​ເທດ ​ແລະ ​ແມ່ນ​ການສະ​ແດງ​ໃຫ້​ເຫັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ 2 ພັກ, 2 ລັດ, 2 ກອງທັບ ຫວຽດນາມ  ​ແລະ ຈີນ. ຕາມ​ທ່ານ​ລັດຖະມົນຕີ ​ໂງ​ຊວນ​ລິກ ​ແລ້ວ ປີ 2017 ​ແມ່ນ​ປີ​ສຳຄັນສຳລັບ​ 2 ປະ​ເທດ ຫວຽດນາມ - ຈີນ. ສຳລັບ​ກອງທັບ 2 ປະ​ເທດ,  ການ​ຢ້ຽມຢາມ​ຂອງ​ການ​ນຳ ຄະນະ​ພັກ​ການ​ທະຫານ​ສູນ​ກາງ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ​ມາ ຫວຽດນາມ ຈະ​ແມ່ນພະຍານ​ຫລັກ​ຖານ ​ແລະ ​ແມ່ນ​ພື້ນຖານ​ໝັ້ນຄົງ​​ເພື່ອໃຫ້ການ​ພົວພັນ​ປ້ອງ​ກັນຊາ​ດ 2 ປະ​ເທດ ສືບ​ຕໍ່​ກ້າວເຂົ້າ​ສູ່​ລວງ​ເລິກ, ບັນ​ລຸ​ປະສິດທິ​ຜົນ​ແທດ​ຈິງ.

        ສ່ວນ​ທ່ານ ພົ​ນ​ໂທ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຈີນ ຈ໋າງກວານຈ໋ວານ ຖື​ວ່າ: 2 ຝ່າຍ​ຄວນ​ເຄົາລົບ​ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ທີ່​​ໄດ້ລະບຸ​ໄວ້​ໃນ “ຖະ​ແຫຼງການ​ວິ​ໄສ​ທັດ​ລວມກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ​ເຖິງ​ປີ 2025” ລະຫວ່າງ 2 ກະຊວງ​ປ້ອງ​ກັນ​ປະ​ເທ​ດ, ນຳ​ການ​ພົວພັນ 2 ປະ​ເທດ ຫວຽດນາມ - ຈີນ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ