ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໂອ້​ລົມ​ທາງ​ໂທ​ລະ​ສັບ ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເ​ທດ ແຊັກ​ບີ

(VOVWORLD) -ເມື່ອແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນບັນດາຂົງເຂດບຸລິມະສິດ, ເປັນຕົ້ນແມ່ນການເມືອງ - ການພົວພັນຕ່າງປະເທດ, ເສດຖະກິດ - ການຄ້າ
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໂອ້​ລົມ​ທາງ​ໂທ​ລະ​ສັບ ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເ​ທດ ແຊັກ​ບີ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ (ພາບ: TTXVN)

ວັນທີ 27 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ແຊັກບີ Nikola Selakovic. ທີ່ການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີ ແຊັກບີ ໄດ້ສະແດງຄວາມຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອແບບຍາວນານ ລະຫວ່າງ ຫວຽດນາມ ແລະ ແຊັກບີ, ທ່ານມີຄວາມປາດຖະໜາຢາກເພີ່ມທະວີການພົວພັນກັບ ຫວຽດນາມ ໃນທຸກຂົງເຂດ. ທ່ານລັດຖະມົນຕີການຕ່າງປະເທດ ແຊັກບີ Nikola Selakovic ໄດ້ປະກາດວ່າ ບົນພື້ນຖານການພົວພັນມິດຕະພາບອັນດີງາມລະຫວ່າງສອງປະເທດ, ລັດຖະບານ ແຊັກບີ ໄດ້ຕັດສິນໃຈມອບ ວັກຊິນ ແລະ ວັດຖຸອຸປະກອນການແພດ ເພື່ອປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19ຈຳນວນໜຶ່ງ ໃຫ້ແກ່ ຫວຽດນາມ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈ, ຄວາມມານະພະຍາຍາມ ຂອງ ລັດຖະບານ ແລະ ປະຊາຊົນ ຫວຽດນາມນັ້ນ, ແນ່ນອນວ່າ ຫວຽດນາມ ຈະຍາດເອົາໄຊຊະນະຕໍ່ໂລກລະບາດ.

ເມື່ອແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນບັນດາຂົງເຂດບຸລິມະສິດ, ເປັນຕົ້ນແມ່ນການເມືອງ - ການພົວພັນຕ່າງປະເທດ, ເສດຖະກິດ - ການຄ້າ, ພ້ອມທັງເປີດກ້ວາງໄປຍັງບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື ການຮ່ວມມືດ້ານແຮງງານ, ເຕັກໂນໂລຢີ - ຂໍ້ມູນຂ່າວສານ…

ຕອບກັບ

ຂ່າວ/ບົດ​ອື່ນ