ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອ​າ​ເມ​ລິ​ກາ​ ມີ​ຄວາມປາດ​ຖະ​ໜາ​ຢາກ​ ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກັບ ສ​ປ​ປ.ເກົາຫຼີ ຄືນ​ໃໝ່ໂດຍ​ໄວ

(VOVWORLD) - ໃນບົດກ່າວປາໄສໃນວັນທີ 28 ກໍລະກົດ, ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ສະແດງຄວາມປາດຖະໜາວ່າ ການເຈລະຈາຂັ້ນຊ່ຽວຊານກັບ ສປປ.ເກົາຫຼີ ຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ໂດຍໄວ. 
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອ​າ​ເມ​ລິ​ກາ​ ມີ​ຄວາມປາດ​ຖະ​ໜາ​ຢາກ​ ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກັບ ສ​ປ​ປ.ເກົາຫຼີ ຄືນ​ໃໝ່ໂດຍ​ໄວ - ảnh 1 ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ (ພາບ:THX/TTXVN )

        ໃນບົດກ່າວປາໄສໃນວັນທີ 28 ກໍລະກົດ, ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ສະແດງຄວາມປາດຖະໜາວ່າ ການເຈລະຈາຂັ້ນຊ່ຽວຊານກັບ ສປປ.ເກົາຫຼີ ຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ໂດຍໄວ. ທ່ານ Mike Pompeo ກໍ່ແບ່ງປັນເຖິງການລໍຄອຍ “ບັນດາວິທີການແກ້ໄຂທີ່ມີຫົວຄິດປະດິດຄິດສ້າງ” ເພື່ອແກ້ໄຂສະພາບຈົນຕາແຈໃນປັດຈຸບັນເຊິ່ງກ່ຽວຂ້ອງເຖິງການລົບລ້າງໂຄງການອາວຸດນິວເຄຼຍຂອງ ສປປ.ເກົາຫຼີ ເພື່ອປ່ຽນແທນເອົາເລື່ອງຍົກເລີກບັນດາຄຳສັ່ງລົງໂທດ. ກ່ຽວກັບແຜນການຈັດຕັ້ງການພົບປະສຸດຍອດຄັ້ງທີ 3 ລະຫວ່າງການນຳ ອາເມລິກາ ແລະ ສປປ.ເກົາຫຼີ, ທ່ານ Mike Pompeo ໃຫ້ຮູ້ວ່າ ປັດຈຸບັນຍັງບໍ່ທັນ ປຶກສາຫາລືບັນຫາໃດເທື່ອ.

        ບັນດາການເຈລະຈາດ້ານນິວເຄຼຍທີ່ຖືກຕົກເຂົ້າສູ່ສະພາບຈົນຕາແຈພາຍຫຼັງການພົບປະສຸດຍອດຄັ້ງທີ 2 ລະຫວ່າງ ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ   ສປປ.ເກົາຫຼີ Kim Jong –un ທີ່ສິ້ນສຸດລົງເຊິ່ງບໍ່ບັນລຸໄດ້ຂໍ້ຕົກລົງໃດໆ. ຄວາມປາດຖະໜາເຊື່ອມຕໍ່ການເຈລະຈາຄືນໃໝ່ໄດ້ເກີດຂຶ້ນພາຍຫຼັງການນຳສອງປະເທດ ອາເມລິກາ ແລະ ສປປ.ເກົາຫຼີ ໄດ້ມີການພົບປະແບບບັງເອີນຢູ່ຊາຍແດນຂອງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນວັນທີ 30 ມິຖຸນາທີ່ຜ່ານມາ ແລະ ສອງທ່ານໄດ້ເຫັນດີເປັນເອກະພາບຈະເຊື່ອມຕໍ່ບັນດາການເຈລະຈາປອດນິວເຄຼຍຂັ້ນຊ່ຽວຊານຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ