ລັດຖະມົນຕີເຈີ່ນດ້າຍກວາງຕ້ອນຮັບທີ່ປຶກສາຂັ້ນສູງຂອງນາຍົກລັດຖະມົນຕີຍີ່ປຸ່ນ

ລັດຖະມົນຕີເຈີ່ນດ້າຍກວາງຕ້ອນຮັບທີ່ປຶກສາຂັ້ນສູງຂອງນາຍົກລັດຖະມົນຕີຍີ່ປຸ່ນ - ảnh 1
ທ່ານ​ພົນ​ເອກ ​ເຈີ່ນ​ດ້າຍ​ກວາງ​ຕ້ອນຮັບ​ທ່ານ Isao Iijima
(ພາບ: cand.com.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 17/03, ຢູ່​ຮ່າ​ໂນ້ຍ ທ່ານ​ພົນ​ເອກ ​ເຈີ່ນ​ດ້າຍ​ກວາງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫລວດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Isao Iijima ທີ່​ປຶກສາ​ຂັ້ນ​ສູງ​ຂອງ​ນາຍົກລັດຖະມົນຕີ ຍີ່ປຸ່ນ ​ແລະ ຄະນະ​ນັກທຸລະກິດ ຍີ່ປຸ່ນ ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທີ່​ການ​ຕ້ອນຮັບ, ທ່ານ​ລັດຖະມົນຕີ ​ເຈີ່ນ​ດ້າຍ​ກວາງ ຊີ້​ແຈ້ງວ່າ: ກ່ວາ 40 ປີຜ່ານມາ ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ, ການ​ພົວພັນ ຫວຽດນາມ - ຍີ່ປຸ່ນ ​ໄດ້​ຮັບ​ການ​ເປີດ​ກ້ວາງ ​ແລະ ພັດທະນາ​ໃນ​ຫລາຍ​ຂົງ​ເຂດ​ຢ່າງ​ບໍ່​ຢຸດ​ຢັ້ງ. ຍີ່ປຸ່ນ ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງກ້ວາງ​ຂວາງ ​ແລະ ສຳຄັນ​ຂອງ ຫວຽດນາມ. ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ໄດ້​ມີ​ການ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ແນ​ໃສ່​ຊຸກຍູ້ການ​ພົວພັນ​ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງກ້ວາງ​ຂວາງ ຫວຽດນາມ - ຍີ່ປຸ່ນ ຢ່າງຮອບດ້ານ ​ແລະ ​ເລິກ​ເຊິ່ງ ​ເພື່ອ​ສັນ​ຕິ​ພາບ ​ແລະ ຄວາມ​ຈະ​ເລີ​ນສິວິ​ໄລ​ຢູ່ ອາຊີ” ດ້ວຍ​ຈຸດ​ສຸມ​ແມ່ນ​ເພີ່ມ​ທະວີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ການຊຸກຍູ້​ການ​ເຊື່ອມ​ຕໍ່ ​ແລະ ຮ່ວມ​ມື​ດ້ານເສດຖະກິດ ກໍ່​ຄື​ໃນ​ຫລາຍ​ຂົງ​ເຂດ​ອື່ນໆ. ສ່ວນ​ທ່ານ  Isao Iijima ຢືນຢັນ​ວ່າ: ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາ​ດຂອງ​ຕົນ, ສືບ​ຕໍ່​ມີ​ບັນດາ​ການ​ປະກອບສ່ວນ​ຫລາຍ​ກ່ວາ​ອີກ ​ໃນ​ການ​ຊຸກຍູ້ສາຍ​ພົວພັນ​ຮ່ວມ​ມື, ມິດຕະພາບ​ລະຫວ່າງ 2 ປະ​ເທດ ຍີ່ປຸ່ນ - ຫວຽດນາມ ​ໃຫ້ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ