ລັດເຊຍກ່າວຜູກໂທດ ຝ່າຍຕາເວັນຕົກແລະ ບັນດາປະເທດອາຣັບ ຊຸກຍູ້ການໃຊ້ຄວາມ ຮຸນແຮງຢູ່ຊີຣີ

ລັດເຊຍກ່າວຜູກໂທດ ຝ່າຍຕາເວັນຕົກແລະ ບັນດາປະເທດອາຣັບ ຊຸກຍູ້ການໃຊ້ຄວາມ ຮຸນແຮງຢູ່ຊີຣີ - ảnh 1

ວິ​ກິດ​ການ​ຢູ່​ຊີຣີ ຍັງ​ບໍ່​ທັນ​ມີ​ທາງ​ອອກ

(ພາບ:hanoimoi.com.vn)​

( vovworld ) – ວັນ​ທີ 28/7, ​ທ່ານ Sergei Lavrov ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ ​ໄດ້​ຍົກ​ອອກ​ຄຳ​ກ່າວ​ເຕືອນ​ວ່າ: ການ​ໜູນ​ຊ່ວຍ​ຈາກ​ສາກົນ​ໃຫ້​ແກ່​ກຳລັງ​ຝ່າຍ​ຄ້ານ​ຢູ່​ຊີຣີ ອາດ​ຈະ​ພາ​ໄປ​ເຖິງ​ສະພາບ​ການ​“ອັນ​ນອງ​ເລືອດ​ກ່ວາ“ ​ແລະ ບໍ່​ສາມາດ​ມີ​ຄວາມ​ຫວັງ​ກ່ຽວ​ກັບ​ເລື່ອງອຳນາດ​ການ​ປົກຄອງ Damacus ຍອມຮັບ​ການ​ປະນີປະນອມຕໍ່​ຝ່າຍ​ຄ້ານ. ກ່າວ​ຄຳ​ເຫັນ​ໃນ​ການ​ປະຊຸມ​ຂ່າວ​ຮ່ວມ​ກັບ​ຄູ່​ຕຳ​ແໜ່​ງຍີ່ປຸ່ນ, ທ່ານ Koichoro Gemba ຢູ່​ນະຄອນ Sochi ​ແຫ່ງ​ປະ​ເທດ​ລັດ​ເຊຍ, ທ່ານ ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov  ​ໃຫ້​ຮູ້​ວ່າ: ຝ່າຍ​ຕາ​ເວັນ​ຕົກ ​ແລະ ບັນດາ​ປະ​ເທດ​ອາຣັບ ຕ້ອງ​ມີ​ຄວາມ​ມານະ​ພະຍາຍາມ​ກ່ວາ​ອີກ​ ໃນ​ການ​ກໍ່​ຜົນ​ກະທົບ​ກັບ​ຝ່າຍ​ຄ້ານ​ຢູ່​ຊີຣີ ​ເພື່ອ​ແນ​ໃສ່​ຢຸດຕິ​ການ​ປະ​ທະ​ກັນ​ຢູ່​ປະ​ເທດ​ຕາ​ເວັນ​ອອກກາງ​ນີ້. ສ່ວນ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດຍີ່ປຸ່ນ Koichoro Gemba ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ລັດ​ເຊຍ ​ແມ່ນ​ປະ​ເທດ​ມີ​ຜົນ​ສະທ້ອນ​ອັນ​ໃຫ່ຍຫຼວງ ​ແລະ ມີ​ສຽງ​ເວົ້າ​ໃນ​ປະຊາ​ຄົມ​ໂລກ ພ້ອມ​ທັງ​ຕັ້ງຄວາມ​ຫວັງ​ກ່ຽວ​ກັບ​ຫຼັກ​ໝັ້ນ​ທີ່​ມີ​ລັກສະນະ​ສ້າງສັນ​ຂອງ​ລັດ​ເຊຍ ​ແລະ ​ເພື່ອ​​ແກ້ໄຂ​ວິ​ກິດ​ການ​ຢູ່​ຊີຣີ.

 

 

 

ຂ່າວ/ບົດ​ອື່ນ