![ລັດເຊຍດຳເນີນການບຸກໂຈມຕີທາງອາກາດໃສ່ຫຼາຍເປົ້າໝາຍຢູ່ຊີຣີ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2016_08_17/nga%20tien%20hanh%20khong%20kich%20o%20syri.jpg)
ພາບປະກອບຈາກສຳນັກຂ່າວສານ ຫວຽດນາມ
(vovworld) – ນັບແຕ່ເມື່ອໄດ້ຜັນຂະຫຍາຍຢູ່ຖານທີ່ໝັ້ນກອງທັບອາກາດຂອງ ອີຣານ ໃນວັນທີ 16/8, ບັນດາເຮືອບິນຖິ້ມລະເບີດຂອງລັດເຊຍ ໄດ້ດຳເນີນການບຸກໂຈມຕີທາງອາກາດແນໃສ່ບັນດາເປົ້າໝາຍຂອງບັນດາອົງການກໍ່ການຮ້າຍໃນເຂດດິນແດນ ຊີຣີ ເຊິ່ງລວມມີ: Aleppo, Deir Ezzor ແລະ Idlid… ກະຊວງປ້ອງກັນປະເທດລັດເຊຍ ໄດ້ ຮັບຮູ້ແຫຼ່ງຂ່າວດັ່ງກ່າວ. ຜົນຂອງການບຸກໂຈມຕີແມ່ນໄດ້ທຳລາຍ “ສາງບັນຈຸອາວຸດ, ລູກປືນ ແລະ ເຊື້ອໄຟ 5 ແຫ່ງ” ແລະ ບາງຄ້າຍຝຶກແອບຂອງຂະບວນການທຳສົງຄາມສັກສິດ Jihad ໃກ້ກັບ Aleppo, Deir Ezzor ແລະ Idlid. ນອກນັ້ນ, ບັນດາເຫດຖິ່ມລະເບີດຍັງແນໃສ່ສູນກາງບັນຊາ 3 ແຫ່ງຢູ່ໃກ້ກັບບ້ານ Jafra ແລະ Deir Ezzor , ອັນໄດ້ດັບສູນມືປືນເປັນ “ຈຳນວນຫຼາຍ”.
ນີ້ແມ່ນເຫດບຸກໂຈມຕີທາງອາກາດຄັ້ງທຳອິດ ທີ່ ລັດເຊຍ ປະກາດດຳເນີນຈາກຖານທີ່ໝັ້ນກອງທັບອາກາດຢູ່ ອີຣານ ນັບແຕ່ເມື່ອ ມົດສະກູ ເລີ່ມດຳເນີນບັ້ນຮົບຖິ້ມລະເບີດໜູນຊ່ວຍອຳນາດການປົກຄອງຂອງທ່ານປະທານາທິບໍດີ ຊີຣີ Bashar Al Assad ເພື່ອດັບສູນພວກກະບົດຊາວມຸດສະລິມຫົວຮຸນແຮງ.