ລັດເຊຍເພີ່ມທະວີການ ປ້ອງກັນຄວາມສະຫງົບ


ລັດເຊຍເພີ່ມທະວີການ ປ້ອງກັນຄວາມສະຫງົບ - ảnh 1 

(ພາບ: Ria Novosti)

(vovworld)- ລັດເຊຍຕ້ອງເພີ່ມທະວີການປ້ອງກັນຄວາມສະຫງົບ​ໃນ​ທົ່ວ​ເຂດ​ດິນ​​ແດນ. ທ່ານປະທານາທິບໍດີ ລັດເຊຍ Vladimir Putin ​ໄດ້​ຊີ້​ນຳ​ຄື​ດັ່ງກ່າວ​ເມື່ອວັນທີ 30/12, ພາຍ​ຫຼັງ​​ໄດ້​ເກີດ​ເຫດ​ວາງ​ລະ​ເບີດ​ຄັ້ງຕ່າງໆ​ຢູ່ Volgograd. ພາຍຫຼັງ​ທີ່​ທ່ານ Nicolai Patrusev ​ເລຂາ​ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ຈັດການ​ປະຊຸມ​ດ່ວນ​ຂອງ​ຄະນະ​ກຳມະການ​ຕ້ານ​ກໍ່​ການ​ຮ້າຍ​ແຫ່ງ​ຊາດ. ຕາມ​ການ​ຊີ້​ນຳ​ຂອງທ່ານປະທານາທິບໍດີລັດເຊຍ Vladimir Putin, ຕຳຫຼວດ​ໃນ​ທົ່ວ​ເຂດ​ດິນ​ແດ​ນລັດ​ເຊຍ ຈະ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ, ດຳ​ເນີນ​ການ​ກວດກາ​ຢູ່​ບັນດາ​ສູນ​ການ​ຄ້າ, ປະຕູ​ເຂົ້າອອກ​ນະຄອນ, ​ເຂດ​ຕ່າງໆ, ບັນດາຍານ​ພາຫະນະ​ປະຈຳ​ທາງ….ສະ​ເພາ​ະຢູ່ Volgograd, ຄະນະ​ກຳມະການ​ຕ້ານ​ກໍ່​ການ​ຮ້າຍຢູ່​ທີ່​ນີ້​ໄດ້​ຮຽກຮ້ອງ​ການ​ເພີ່ມ​ທະວີ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ້ບ່ອນ​ມີ​ຫຼາຍຄົນ. ຕຳຫຼວດ ​ແລະ ກອງ​ທະຫານ​ປ້ອງ​ກັນ​ພົນລະ​ເຮືອນ​ໄປ​ລາດ​ຕາ​ເວັນ​ທັງ​ວັນ ​ແລະ ຄືນ, ຜັນ​ຂະຫຍາຍ​ການ​ກວດກາ​ທຸກ​ຄົນໃນ​ຂອບ​ຂະໜາດ​ໃຫ່ຍ, ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ມາ​​ແຕ່​ຕາງ​ເຂດ.

   ຈຳນວນ​ຜູ້​ເສຍ​ຊີວິດ​ທັງ​ໝົດ​ໃນ​​ເຫດວາງ​ລະ​ເບີດ 2 ຄັ້ງ​ແມ່ນ 32 ຄົນ ​ແລະ ມີ​ປະມານ 72 ຄົນ​ຖືກ​ບາດ​ເຈັບ. ວັນ​ທີ 30/12, ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Dmitry Medvedev ​ໄດ້ອອກ​ຄຳ​ສັ່ງ​ຊ່ວຍ​ເຫຼືອ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ ​ແລະ ຄອບຄົວ​ຂອງ​ຜູ້​ເສຍ​ຊີວິດ​ຈຳນວນ​ເງິນ​ທັງ​ມົດ 2,2 ລ້ານ​ໂດ​ລາ​ສະຫະລັດ./.

ຂ່າວ/ບົດ​ອື່ນ