ລັດເຊຍແລະຈີນກະຕຸກຊຸກຍູ້ສປປ.ເກົາຫຼີກັບຄືນສູ່ໂຕະເຈລະຈານິວເຄຼຍ

ລັດເຊຍແລະຈີນກະຕຸກຊຸກຍູ້ສປປ.ເກົາຫຼີກັບຄືນສູ່ໂຕະເຈລະຈານິວເຄຼຍ - ảnh 1
ລັດເຊຍແລະຈີນກະຕຸກຊຸກຍູ້ສປປ.ເກົາຫຼີ
ກັບຄືນສູ່ໂຕະເຈລະຈານິວເຄຼຍ
(ພາບປະ​ກອບ: Reuters)


(vovworld) –​ ວັນ​ທີ 11/03, ພາຍ​ຫຼັງ​ການ​ເຈ​ລະ​ຈາ​ຢູ່​ມົດ​ສະ​ກູ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergei Lavrov ແລະ ຄູ່​ຕຳ​ແໜ່ງ​ຈີນ ຫວາງ​ອີ ໄດ້​ອອກ​ສຽງ​ຮຽກ​ຮ້ອງ​ບັນ​ດາ​ຝ່າຍ ບໍ່​ຄວມ​ເຮັດ​ໃຫ້​ສະ​ພາບ​ການ​ຢູ່​ແຫຼມເກົາ​ຫຼີ ເຄັ່ງ​ຕຶງ​ຂຶ້​ນ​ຕື່ມ, ເຊິ່ງ​ຕາມນັ້ນ​ແລ້ວ ໄດ້​ກະ​ຕຸກ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ບັນ​ດາ​ການ​ເຈະ​ລ​ຕາ 6 ຝ່າຍ​ກ່​ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ​ສ​ປ​ປ.ເກົາ​ຫຼີ ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ພຽງ​ຢາງ ເຄົາ​ລົບ​ບັນ​ດາ​ມະ​ຕິ​ຂອງ​​ສະ​ພາ​ຄວາມ​ໝັ້ນ​ຄົງສະ​ຫະ​ປະ​ຊາ​ຊາດ ຫ້າມ​ສ​ປ​ປ.ເກົາ​ຫຼີ ທົດ​ລອງ​ລູກ​ສອນ​ໄຟ​ໄລ​ຍະ​ໄກ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ພ​າຍ​ຫຼັງ​ການ​ເຈ​ລະ​ຈາ, ທ່ານ Sergei Lavrov ໃຫ້​ຮູ້​ວ່າ, ລັດ​ເຊຍ ແລະ ຈີນ ລ້ວນ​ແຕ່​ສະ​ໜັບ​ສະ​ໜູນ​ການ​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ເພື່ອ​ສະ​ກັດ​ກັ້ນ​ສ​ປ​ປ.ເກົາ​ຫຼີ ພັດ​ທະ​ນາ​ໂຄງ​ການ​ນິວ​ເຄຼຍ, ດ້ານ​ອື່ນບໍ່​ພາ​ໄປ​ເຖິງ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ພື້ນ​ຖືກ​ເພີ່ມ​ຂຶ້ນ​ ແລະ ບໍ່​ກີດ​ຂວາງ​ເລື່ອງ​ຊອກ​ຫາ​ມາດ​ຕະ​ການ​ທາງ​ການ​ທູດ ແລະ ການ​ເມືອງ.

      ສ່ວນ​ທ່ານ​ຫວາງ​ອີ ຮຽກ​ຮ້ອງ​ໃຫ້ ສ​ປ​ປ.ເກົາ​ຫຼີ ຮັບ​ຮູ້​ບັນ​ດາ​ມະ​ຕິ​ຂອງ​ສະ​ຫະ​ປະ​ຊາ​ຊາດ ແລະ ຮ​ຽກ​ຮ້ອງ​ໃຫ້​ທຸກ​ຝ່າຍ​ທີ່​ກ່​ຽວ​ຂ້ອງ​ກັບ​ຄື​ນ​ສູ່​ໂຕະ​ເຈ​ລະ​ຈາ ແລະ ສະ​ກັດ​ກັ້ນ​ບໍ່​ວ່າ​ການ​ກະ​ທຳ​ໃດ​ເຮັດ​ໃຫ້​ສະ​ພາບ​ການ​ຢູ່​ແຫຼມ​ເກົາ​ຫຼີ ເຄັ່ງ​ຕຶງ​ຂຶ້ນ​ຕື່ມ.

ຂ່າວ/ບົດ​ອື່ນ