ລັດເຊຍ, ຈີນເຫັນດີຮ່ວມມື ໃນຫຼາຍໂຄງການດ້ານການທະຫານທີ່ສຳຄັນ

ລັດເຊຍ, ຈີນເຫັນດີຮ່ວມມື ໃນຫຼາຍໂຄງການດ້ານການທະຫານທີ່ສຳຄັນ - ảnh 1
ລັດ​ເຊຍ, ຈີນ ​ເຫັນ​ດີ​ຮ່ວ​ມມື​ໃນຫຼາຍ​ໂຄງການ​ດ້ານ​ການ​ທະຫານ​ທີ່​ສຳຄັນ
(ພາບ: TTXVN)

(vovworld) – ລັດ​ເຊຍ, ຈີນ ​ເຫັນ​ດີ​ຮ່ວ​ມມື​ໃນຫຼາຍ​ໂຄງການ​ດ້ານ​ການ​ທະຫານ​ທີ່​ສຳຄັນ, ຕາມ​ເສນາ​ທິການ​ໃຫຍ່​ກຳລັງ​ປະກອບ​ອາວຸດ​ລັດ​ເຊຍ Valery Gerasimov ​ແລ້ວ, ມີ​ຫຼາຍ​ໂຄງການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຈຸດ​ສຸມ​ໄດ້​ຮັບ​ຄວາມ​ເຫັນ​ດີ. ທ່ານ​ສະ​ແດງ​ຄວາມ​ຫວັງ​ວ່າ, ບັນດາ​ໂຄງການ​ດັ່ງກ່າວ​ອາດ​ຈະ​ຊ່ວຍ​​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ຮ່ວມ​ມື​ຢ່າງ​ແທດ​ຈິງ​ລະຫວ່າງ 2 ປະ​ເທດ ​ເພື່ອ​ການ​ພົວພັນ​ດ້ານ​ການ​ທະຫານ​ແມ່ນ​ປັດ​ໃຈ​ຕັດສິນ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ລັດ​ເຊຍ ​ແລະ ຈີນ. ທ່ານ​ຮອງ​ເສນາ​ທິການ​ໃຫຍ່​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ ວາງ​​ແຈວ​ນຈຸ​ງ ​ເນັ້ນ​ໜັກ​ວ່າ ຈີນ ພ້​ອມ​ແລ້ວ​ຈະ​ຮ່ວມ​ມື​ກັບ​ລັດ​ເຊຍ ​ເພື່ອ​ປະຕິບັດ​ໂຄງການ​ຮ່ວມ​ມື​ດ້ານ​ການ​ທະຫານ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື - ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທດ.

        ​ໃນ​ຂອບ​ເຂດ​ຮອບ​ເຈລະຈາ​ຍຸດ​ທະ​ສາດ​ຄັ້ງ​ທີ 17, ວັນ​ທີ 05/11, 2 ຝ່າຍ ​ໄດ້​ປຶກສາ​ຫາລື​ສະພາບຄວາມ​ປອດ​ໄພ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ​ໃນ​ປະຈຸ​ບັນ, ບັນດາ​ບັນຫາ​ຮ້ອນ​ເຮັ່ງ​ໃນ​ພາກ​ພື້ນ​ກໍ່​ຄື​ການ​ພົວພັນ​ລະຫວ່າງ​ກອງທັບ 2 ປະ​ເທດ.

ຂ່າວ/ບົດ​ອື່ນ