ລັດເຊຍ, ຍີ່ປຸ່ນ ເຫັນດີແກ້ໄຂວິກິດການແຫຼມເກົາຫຼີຕາມມະຕິຂອງ ສປຊ

(VOVWORLD) - ກ່າວຄຳເຫັນທີ່ການປະຊຸມຂ່າວ ພາຍຫລັງການເຈລະຈາໃນວັນທີ 24 ພະຈິກ ກັບຄູ່ຕຳແໜ່ງ ຍີ່ປຸ່ນ Taro Kono ພວມຢູ່ຢ້ຽມຢາມ ມົດສະກູ,
ລັດເຊຍ, ຍີ່ປຸ່ນ ເຫັນດີແກ້ໄຂວິກິດການແຫຼມເກົາຫຼີຕາມມະຕິຂອງ ສປຊ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov (ພາບ: AFP/TTXVN)

ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຫວັງວ່າ ສຸດທ້າຍກໍ່ຊອກໄດ້ “ທາງອອກ” ໃຫ້ແກ່ສະພາບການເຄັ່ງຕຶງປີນຂັ້ນໄດໃນປັດຈຸບັນ ກໍ່ຄືວິທີການເຊື່ອມຕໍ່ວິວັດການເຈລະຈາຄືນໃໝ່. ທ່ານ Lavrov ເນັ້ນໜັກວ່າ ມົດສະກູ ບໍ່ຮັບຮູ້ບັນດາ “ຄວາມມານະພະຍາຍາມນິວເຄຼຍ ແລະ ລູກສອນໄຟ” ຂອງ ສປປ.ເກົາຫຼີ ຍ້ອນວ່າ ນັ້ນແມ່ນການລະເມີດສຳລັບບັນດາມະຕິຂອງສະພາຄວາມໝັ້ນຄົງ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດບັນດາມາດຕະການລົງໂທດຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດຢ່າງຄົງຖ້ວນ ເພື່ອອາດສາມາດຊຸກຍູ້ວິວັດທະນາການປອດນິວເຄຼຍໃນແຫຼມ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ