ລັດເຊຍ ລໍຄອຍຂໍ້ສະເໜີລະອຽດຂອງ ອາເມລິກາ ກ່ຽວກັບການຄວບຄຸມອາວຸດ

(VOVWORLD) - ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ Peskov ຫວັງວ່າ: ຖະແຫຼງການຂອງ ທ່ານ Sullivan ຈະໄດ້ປັບປຸງໃນສະພາບການຕົວຈິງ...
ລັດເຊຍ ລໍຄອຍຂໍ້ສະເໜີລະອຽດຂອງ ອາເມລິກາ ກ່ຽວກັບການຄວບຄຸມອາວຸດ - ảnh 1ທ່ານ Dmitry Peskov, ໂຄສົກຂອງວັງ Kremlin
(ພາບ:TASS/TTXVN)

ວັນທີ 6 ມິຖຸນາ, ທ່ານ Dmitry Peskov, ໂຄສົກຂອງວັງ Kremlin ໄດ້ຖະແຫຼງວ່າ: ລັດເຊຍ ກຽມພ້ອມເຈລະຈາກັບ ອາເມລິກາ ກ່ຽວກັບການຄວບຄຸມອາວຸດ ແລະ ມົດສະກູ ລໍຄອຍບັນດາຂໍ້ສະເໜີລະອຽດຂອງ ວໍຊິງຕັນ ຕາມຊ່ອງທາງການທູດ. ເມື່ອແລກປ່ຽນກັບວົງການນັກຂ່າວ, ທ່ານ Peskov ຖືວ່າ ຖະແຫຼງການຂອງທ່ານ Jake Sullivan, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໃນວັນທີ 2 ມິຖຸນາ ທີ່ວ່າ ອາເມລິກາ ກຽມພ້ອມເຈລະຈາກັບ ລັດເຊຍ ກ່ຽວກັບການຄວບຄຸມອາວຸດ ເຊິ່ງບໍ່ມີເງື່ອນໄຂຕັດສິນຊີ້ຂາດ ແມ່ນ “ສຳຄັນ ແລະ ຕັ້ງໜ້າ”. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ Peskov ຫວັງວ່າ: ຖະແຫຼງການຂອງ ທ່ານ Sullivan ຈະໄດ້ປັບປຸງໃນສະພາບການຕົວຈິງ ດ້ວຍບັນດາບາດກ້າວເດີນຕາມຊ່ອງທາງການທູດ. ຫຼັງຈາກນັ້ນ, ລັດເຊຍ ອາດຈະພິຈາລະນາບັນດາຮູບແບບການເຈລະຈາທີ່ໄດ້ສະເໜີ.

        ວັນທີ 28 ກຸມພາ ປີ 2023 ນີ້, ທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍການຢຸດຕິການເຂົ້າຮ່ວມສົນທິສັນຍາວ່າດ້ວຍການຫລຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START), ແຕ່ບໍ່ຖອນຕົວອອກຈາກສົນທິສັນຍາສະບັບນີ້. ທ່ານເນັ້ນໜັກວ່າ ກ່ອນທີ່ຈະກັບຄືນມາປຶກສາຫາລື ກ່ຽວກັບບັນຫາສືບຕໍ່ເຄົາລົບສົນທິສັນຍາ, ລັດເຊຍ ຄວນຮູ້ວ່າ New START ຈະຄິດໄລ່ຊັ່ງຊາເຖິງສາງອາວຸດ ບໍ່ພຽງແຕ່ຂອງ ອາເມລິກາ ເທົ່ານັ້ນ ຫາກຍັງນັບທັງບັນດາປະເທດມະຫາອຳນາດດ້ານນິວເຄຼຍອື່ນ ໃນອົງການ NATO ເຊິ່ງແມ່ນ ອັງກິດ ແລະ ຝລັ່ງ ຄືແນວໃດ.

ຕອບກັບ

ຂ່າວ/ບົດ​ອື່ນ