ລັດ​ເຊຍ - ອາ​ເມ​ລິ​ກາ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ຕ້ານ​ການ​ກໍ່​ກາ​ນ​ຮ້າຍ

(VOVWORLD) -ແຈ້ງການສະບັບດັ່ງກ່າວກໍຍົກໃຫ້ເຫັນຢ່າງຈະແຈ້ງເນື້ອໃນຈຸດສຸມຂອງການສົນທະນາ ແມ່ນບັນຫາສົມທົບກັນລະຫວ່າງສອງອົງການໃນບັ້ນຕໍ່ສູ້ຕ້ານການກໍ່ການຮ້າຍສາກົນ. ການສົນທະນາດັ່ງກ່າວຖືກຈັດຂຶ້ນຕາມຂໍ້ລິເລີ່ມຂອງຝ່າຍ ອາເມລິກາ.
ລັດ​ເຊຍ - ອາ​ເມ​ລິ​ກາ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ຕ້ານ​ການ​ກໍ່​ກາ​ນ​ຮ້າຍ - ảnh 1ທ່ານ William Burns ການນຳອົງການສືບລາຊະການລັບສູນກາງ ອາເມລິກາ (ພາບ: TTXVN)
 ວັນທີ 02 ພະຈິກ, ເຈົ້າໜ້າທີ່ສືບລາຊະການລັບ ລັດເຊຍ - ອາເມລິກາ ໄດ້ມີການປຶກສາຫາລືຢູ່  ມົດສະກູ ກ່ຽວກັບບັ້ນຕໍ່ສູ້ຕ້ານການກໍ່ການຮ້າຍສາກົນ ແລະ ການຮ່ວມມືລະຫວ່າງກະຊວງ. ແຈ້ງການຂອງອົງການສືບລາຊະການລັບການຕ່າງປະເທດ ລັດເຊຍ (SVR) ໃຫ້ຮູ້ວ່າ ເຂົ້າຮ່ວມການປຶກສາຫາລືດັ່ງກ່າວ ມີທ່ານ Sergey Naryshkin ຜູ້ອຳນວຍການ ອົງການສືບລາຊະການລັບການຕ່າງປະເທດ ລັດເຊຍ ແລະ ທ່ານ William Burns ການນຳອົງການສືບລາຊະການລັບສູນກາງ ອາເມລິກາ (CIA). ແຈ້ງການສະບັບດັ່ງກ່າວກໍຍົກໃຫ້ເຫັນຢ່າງຈະແຈ້ງເນື້ອໃນຈຸດສຸມຂອງການສົນທະນາ ແມ່ນບັນຫາສົມທົບກັນລະຫວ່າງສອງອົງການໃນບັ້ນຕໍ່ສູ້ຕ້ານການກໍ່ການຮ້າຍສາກົນ. ການສົນທະນາດັ່ງກ່າວຖືກຈັດຂຶ້ນຕາມຂໍ້ລິເລີ່ມຂອງຝ່າຍ ອາເມລິກາ.

        ທ່ານ William Burns ເປັນອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ລັດເຊຍ ໄລຍະ 2005 – 2008 ແລະ ໄດ້ຮັບການແຕ່ງຕັ້ງເປັນຜູ້ອຳນວຍການ CIA ນັບແຕ່ເດືອນ ມີນາ 2021. ຕາມຄຳສັ່ງຂອງທ່ານປະທານາທິບໍດີ Joe Biden ແລ້ວ, ທ່ານ Burns ໄດ້ນຳໜ້າຄະນະຜູ້ແທນ ອາເມລິກາ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງ ມົດສະກູ ໃນລະຫວ່າງວັນທີ 2 – 3 ພະຈິກ. ກ່ອນການສົນທະນາກັບ ອົງການສືບລາຊະການລັບການຕ່າງປະເທດ ຂອງ ລັດເຊຍ, ທ່ານ  William Burns ໄດ້ມີການພົບປະກັບທ່ານ Nikolai Patrushev ເລຂານຸການສະພາຄວາມໝັ້ນຄົງ ສະຫະພັນ ລັດເຊຍ ແລະ ປຶກສາຫາລືກ່ຽວກັບການພົວພັນລະຫວ່າງ ລັດເຊຍ - ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ