ລັດ​ເຊຍ ແລະ ຈີນ ເລີ່ມ​ຊ້ອມ​ຮົບ​ກອງ​ທັບ​ເຮືອ​ຮ່ວມ

(VOVWORLD) - ວັນທີ 21 ກັນຍາ, ຈີນ ແລະ ລັດເຊຍ ເລີ່ມຕົ້ນການຊ້ອມຮົບກອງທັບເຮືອຮ່ວມ ທິດເໜືອ/ປະສົມປະສານປີ 2024 ຢູ່ນະຄອນ Vladivostok, ເຂດຕາເວັນອອກໄກຂອງ ລັດເຊຍ.
ລັດ​ເຊຍ ແລະ ຈີນ ເລີ່ມ​ຊ້ອມ​ຮົບ​ກອງ​ທັບ​ເຮືອ​ຮ່ວມ - ảnh 1ກຳປັ່ນຂອງ ລັດເຊຍ (ພາບ: TASS)

ກຸ່ມກຳປັ່ນສູ້ຮົບຮ່ວມຂຶ້ນກັບກອງທັບເຮືອ ຂອງລັດເຊຍ ແລະ ກອງທັບເຮືອ ຂຶ້ນກັບທະຫານປົດປ່ອຍປະຊາຊົນ ຈີນ (PLA) ໄດ້ເລີ່ມຕົ້ນແຕ່ Vladivostok ເພື່ອດຳເນີນການຊ້ອມຮົບກອງທັບເຮືອຮ່ວມ.

ໃນອາທິດໜ້າ, ກຸ່ມກຳປັ່ນສູ້ຮົບຈະຊ້ອມຮົບ ດ້ວຍກໍລະນີປ້ອງກັນ, ຕ້ານການບຸກໂຈມຕີທາງອາກາດ, ທາງທະເລ ແລະ ໃຕ້ນ້ຳ, ບັນດາການກະທຳເຄື່ອນທີ ແລະ ການປ້ອງກັນລວມ ເມື່ອກຳປັ່ນໄດ້ປ່ອຍສະໝໍຢູ່ເຂດບໍ່ໄດ້ຮັບການປົກປ້ອງ. ກອງທັບເຮືອສອງປະເທດ ຈະພ້ອມກັນປະຕິບັດການຍິງລູກປຶນໃຫຍ່ ແລະ ບາງບົດຮຽນກ່ຽວກັບການສູ້ຮົບທີ່ນຳໃຊ້ອາວຸດປ້ອງກັນອາກາດ, ຕ້ານກຳປັ່ນດຳນ້ຳ. ໃນເດືອນນີ້, ຈີນ ແລະ ລັດເຊຍ ໄດ້ປະຕິບັດການຍິງລູກສອນໄຟ ແລະ ຍິງປຶນໃຫຍ່ ໃນຂອບເຂດການຊ້ອມຮົບກອງທັບເຮືອຮ່ວມ ມະຫາສະໝຸດ - 2024.

ຕອບກັບ

ຂ່າວ/ບົດ​ອື່ນ