ລັດເຊຍ ແລະ ຝລັ່ງ ບໍ່ເອກະພາບກ່ຽວກັບມາດຕະການສຳລັບວິກິດການຢູ່ ຊີຣີ

ລັດເຊຍ ແລະ ຝລັ່ງ ບໍ່ເອກະພາບກ່ຽວກັບມາດຕະການສຳລັບວິກິດການຢູ່ ຊີຣີ - ảnh 1
ປະທານາທິບໍດີ ລັດ​ເຊຍ Vladimir Putin  ແລະ ປະທານາທິບໍດີ​ຝລັ່ງ
Francois Hollande ​
ພາບ:danhtri.com

(vovworld) -  ​ທີ່ການ​ພົບ​ປະ​ໃນ​ຕອນ​ຄຳ່​ວັນ​ທີ 1/6, ປະທານາທິບໍດີ ລັດ​ເຊຍ Vladimir Putin ​ແລະ ຄູ່​ຮ່ວມ​ຕຳ​ແຫນ່​ງ ປະທານາທິບໍດີ​ຝລັ່ງ Francois Hollande ​ໄດ້​ເນັ້ນ​ຫນັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ປະຕິບັດ​ມະຕິ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ​ແຜນການ​ສັນຕິພາບ​ຂອງ​ທູດ​ພິ​ເສດ Kofi Annan ກ່ຽວ​ກັບ ຊີຣີ ຢ່າງ​ຄົບ​ຖ້ວນ ​ແຕ່​ພັດ​ມີ​ທັດສະນະ​ແຕກ​ຕ່າງ​ກັນ​ກ່ຽວກັບ​ບັນດາ​ມາດ​ຕະການ​ລົງ​ໂທດ Damascus. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວຮ່ວມພາຍຫລັງ​ການ​ພົບປະ​ລະຫວ່າງ​ການ​ນຳ​ສອງ​ທ່ານ​ດັ່ງກ່າວ ​ເພື່ອ​ຊອກ​ຫາ​ມາດ​ຕະການ​ໃຫ້​ແກ່​ບັນຫາ​ຊີຣີ, ທ່ານ Putin ຖື​ວ່າ: ​ເລື່ອງ​ສຳຄັນ​ທີ່​ສຸດ​ຕ້ອງ​ເຮັດ​ນັ້ນ​ແມ່ນ ສະກັດ​ກັ້ນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ ຊີຣີ ພິ​ເສດ​ຕ້ອງ​ເພີ່ມ​ທະວີ​ບັນດາ​ການ​ທາ​ບທ່າມ ​ແລະ ຄວາມ​ມານະ​ພະຍາຍາມ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ຢູ່ ຊີຣີ ຜ່ານ​ມາດ​ຕະການ​ການ​ເມືອງ ​ແລະ ຕາມ​ວິທີ​ການ​ຢ່າງ​ຊັດ​ເຈນ.

ຂ່າວ/ບົດ​ອື່ນ