ລັດເຊຍ ແລະ NATO ກ່າວເຕື່ອນອາເມລິກາ ອາດຈະສະໜອງອາວຸດໃຫ້ຢູແກຼນ

ລັດເຊຍ ແລະ NATO ກ່າວເຕື່ອນອາເມລິກາ ອາດຈະສະໜອງອາວຸດໃຫ້ຢູແກຼນ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ທ່ານ Alexander Lukashevich
(ພາບ: ອີນເຕີແນດ)


(vovworld) – ວັນ​ທີ 05/02, ລັດ​ເຊຍ ​ໄດ້​ອອກສຽງ​ກ່າວເຕື່ອນອາ​ເມ​ລິ​ກາ ອາດຈະ​ສະໜອງ​ອາວຸດ​ໃຫ້​ຢູ​ແກຼນ ​ແລະ ​ເນັ້ນ​ໜັກ​ວ່າ, ການ​ກະທຳ​ດັ່ງກ່າວ​ຈະ​ທຳລາຍ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ທ່ານ Alexander Lukashevich ​ໃຫ້​ຮູ້​ວ່າ, ມົດສກູ “ມີ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງ” ຕໍ່​​ການ​ປຶກສາ​ຫາລື​ຕ່າງໆຢູ່​ຝ່າຍ​ຕາ​ເວັນ​ຕົກ ກ່ຽວ​ກັບ​ຄວາມ​ສາມາດ​ຈະ​ສະໜອງ​ອາວຸດ​ໃຫ້​ກອງທັບ​ຢູ​ແກຼນ. ທ່ານ Lukashevich ​ເນັ້ນ​ໜັກ​ວ່າ, ຖ້າ​ຫາກ​ຂໍ້​ຕົກລົງ​ດັ່ງກ່າວ​ໄດ້​ຮັບ​ການ​ປະຕິບັດ ມັນຈະ​ກໍ່​ຄວາມ​​ເສຍ​ຫາຍ​ຢ່າງ​ຮ້າຍ​​ແຮງ​ເຖິງ​ການ​ພົວພັນ​ລະຫວ່າງ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ, ພິ​ເສດ​ແມ່ນ​ເມື່ອ​ອາວຸດ​​ໂດຍອາ​ເມ​ລິ​ກາ ສະໜອງກໍ່​ຄວາມ​ບາດ​ເຈັບ​ລົ້ມ​ຕາຍ​ໃຫ້​ສາ​ມັນ​ຊົນ​ເຂດ Donbass ​ເຊິ່ງລວມມີ 2 ​ແຂວງ Donetsk ​ແລະ Lugansk. ຜູ້ຕາງໜ້າ​ການ​ຕ່າງປະ​ເທ​ດລັດ​ເຊຍ ຊີ້​ແຈ້ງວ່າ, ສິ່ງ​ດັ່ງກ່າວ​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ສະພາບ​ວິ​ກິດ​ການ​ຢູ່​ທິດຕາ​ເວັນ​ອອກ​ຢູ​ແກຼນ ຮ້າຍ​ແຮງ​ຂຶ້ນ​ຕື່ມ​​ເທົ່ານັ້ນ ຫາກ​ຍັງ​ນາບ​​ຂູ່​ເຖິງ​ຄວາມ​ສະຫງົບ​ປອດ​ໄພຂອງ​ລັດ​ເຊຍ ອີກ​ດ້ວຍ, ​ໃນ​ສະພາບ​ທີ່​ຜືນ​ແຜ່ນດິນ​ຂອງ​ລັດ​ເຊຍ ຖືກຢູ​ແກຼນ ຍິງ​ປືນ​ໃຫຍ່ເປັນຫຼາຍ​ຄັ້ງ.

ຂ່າວ/ບົດ​ອື່ນ