ລັດ​ເຊຍ ​ໃຫ້​ຄຳ​ໝັ້ນ​ສັນ​ຍາຈະ​ໂຕ​້​ຕອບ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ໃໝ່ ຂອງ ອາ​ເມ​ລິ​ກາ ທີ່​ກ່ຽວ​ຂ້ອງ​ເຖິງ​ໂຄງ​ການ “ທໍ່ສົ່ງອາຍແກັດທາງທິດເໜືອ 2”

(VOVWORLD) -ໃນວັນທີ 20 ສິງຫາ, ທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ອາເມລິກາ Anatoly Antonov ຖືວ່າ ບັນດາມາດຕະການລົງໂທດຂອງ ວໍຊິງຕັນ ສຳລັບໂຄງການທໍ່ສົ່ງອາຍແກັດທາງທິດເໜືອ 2 ແມ່ນລະເມີດກົດໝາຍສາກົນ.
ລັດ​ເຊຍ ​ໃຫ້​ຄຳ​ໝັ້ນ​ສັນ​ຍາຈະ​ໂຕ​້​ຕອບ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ໃໝ່ ຂອງ ອາ​ເມ​ລິ​ກາ ທີ່​ກ່ຽວ​ຂ້ອງ​ເຖິງ​ໂຄງ​ການ “ທໍ່ສົ່ງອາຍແກັດທາງທິດເໜືອ 2” - ảnh 1ທໍ່ສົ່ງອາຍແກັດທາງທິດເໜືອ 2 ຢູ່ເຢຍລະມັນ (ພາບ: TTXVN)

ວັນທີ 21 ສິງຫາ ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໄດ້ໃຫ້ຮູ້ວ່າ  ປະເທດນີ້ ຈະຍົກອອກບັນດາມາດຕະການໂຕ້ຕອບພາຍລັງ ອາເມລິກາ ຈັດວາງບັນດາມາດຕະການລົງໂທດໃໝ່ຕໍ່ກຳປັ່ນ 1 ລຳ ແລະ ບໍລິສັດ 2 ແຫ່ງຂອງ ລັດເຊຍ ທີ່ກ່ຽວຂ້ອງເຖິງໂຄງການສ້າງ ລະບົບທໍ່ສົ່ງອາຍແກັດທາງທິດເໜືອ 2 ເພື່ອຂົນສົ່ງອາຍແກັດ ແຕ່ລັດເຊຍ ໄປຍັງ ເຢຍລະມັນ ປັດຈຸບັນເກືອບຈະສຳເລັດແລ້ວ. ມົດສະກູ ຖືການກະທຳນີ້ຂອງອຳນາດການປົກຄອງ ອາເມລິກາ Joe Biden ແມ່ນບໍ່ກຽມພ້ອມການກໍ່ສ້າງການພົວພັນລະຫວ່າງ ອາເມລິກາ - ລັດເຊຍ ບົນພື້ນຖານຄູ່ຮ່ວມມືຍຸດທະສາດ

ກ່ອນໜ້ານັ້ນ, ຄືໃນວັນທີ 20 ສິງຫາ, ທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ອາເມລິກາ Anatoly Antonov ຖືວ່າ ບັນດາມາດຕະການລົງໂທດຂອງ ວໍຊິງຕັນ ສຳລັບໂຄງການທໍ່ສົ່ງອາຍແກັດທາງທິດເໜືອ 2 ແມ່ນລະເມີດກົດໝາຍສາກົນ.

ໂຄງການ ທໍ່ສົ່ງອາຍແກັດທາງທິດເໜືອ 2 ມີມູນຄ່າ 11 ຕື້ USD, ພ້ອມກັບລະບົບທໍ່ສົ່ງອາຍແກັດທາງທິດເໜືອ ໄປຜ່ານທະເລ ບາຕິກ ໃນປັດຈຸບັນ, ຈະອະນຸຍາດໃຫ້ ລັດເຊຍ ຂົນສົ່ງອາຍແກັດໄປຍັງເອີຣົບ ໂດຍບໍ່ຕ້ອງການຂົນສົ່ງຜ່ານປະເທດ ຢູແກຼນ, ເຊິ່ງແມ່ນຈຸດເຄັ່ງຕຶງໃນການພົວພັນລະຫວ່າງມົດສະກູ ແລະ ວໍຊິງຕັນ. ທັງອາເມລິກາ ແລະ ຢູແກຼນ ລ້ວນແຕ່ໄດ້ຄັດຄ້ານໂຄງການ ທໍ່ສົ່ງອາຍແກັດທາງທິດເໜືອ 2. ຫວ່າງມໍ່ໆນີ້ ອຳນາດການປົກຄອງ ອາເມລິກາ ອາຍຸການຕ່າງໆ ລ້ວນແຕ່ຈັດວາງຄຳສັ່ງລົງໂທດ ເລ່ັງໃສ່ບັນດາຝ່າຍທີ່ເຂົ້າຮ່ວມໂຄງການນີ້ ແຕ່ກໍ່ບໍ່ສາມາດສະກັດກັ້ນໂຄງການຮ່ວມມືພະລັກງງານລະຫວ່າງ ລັດເຊຍ ແລະ ເຢຍລະມັນໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ