ລັດ Tasmania ຂອງ ອົດສະຕາລີ ໃຫ້ບຸລິມະສິດຮ່ວມມືກັບບັນດາທ້ອງຖິ່ນຂອງ ຫວຽດນາມ

(VOVWORLD) -ທ່ານຜູ້ວ່າການລັດ Jeremy Rockliff ຊີ້ແຈ້ງວ່າ ອຳນາດການປົກຄອງທ້ອງຖິ່ນນີ້ພວມຍູ້ແຮງການຮ່ວມມືກັບ ອາຊຽນ, ໃນນັ້ນຖືເປັນສຳຄັນການພົວພັນກັບ ຫວຽດນາມ.
ລັດ Tasmania ຂອງ ອົດສະຕາລີ ໃຫ້ບຸລິມະສິດຮ່ວມມືກັບບັນດາທ້ອງຖິ່ນຂອງ ຫວຽດນາມ - ảnh 1 ທ່ານຜູ້ວ່າການລັດ Jeremy Rockliff ຕ້ອນຮັບທ່ານເອກອັກຄະລັດຖະທູດ ຫງວຽນເຕີດແທັງ
(ພາບ: ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ)

        ໃນລະຫວ່າງວັນທີ 15 ແລະ 16 ກັນຍາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ຫງວຽນເຕີດແທັງ ໄດ້ໄປຢ້ຽມຢາມລັດ Tasmania (ທາງພາກໃຕ້ ອົດສະຕາລີ), ຕາມຄຳເຊື້ອເຊີນຂອງທ່ານຜູ້ວ່າການລັດ Jeremy Rockliff. ການຢ້ຽມຢາມເພື່ອແນໃສ່ຊອກຮູ້, ເພີ່ມທະວີການເຊື່ອມຕໍ່ ແລະ ເປີດກວ້າງການຮ່ວມມືໃນບັນດາຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫງວຽນເຕີດແທັງ, ທ່ານຜູ້ວ່າການລັດ Jeremy Rockliff ຊີ້ແຈ້ງວ່າ ອຳນາດການປົກຄອງທ້ອງຖິ່ນນີ້ພວມຍູ້ແຮງການຮ່ວມມືກັບ ອາຊຽນ, ໃນນັ້ນຖືເປັນສຳຄັນການພົວພັນກັບ ຫວຽດນາມ. ທ່ານເນັ້ນໜັກວ່າ ຈະປັບປຸງຍຸດທະສາດການຄ້າ Tasmania ໄລຍະ 2019-2025 ຕາມທິດໃຫ້ບຸລິມະສິດກັບບາງປະເທດທີ່ມີຄວາມສາມາດບົ່ມຊ້ອນໂດຍໄວ, ໃນນັ້ນມີ ຫວຽດນາມ.

        ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນເຕີດແທັງ ສະແດງຄວາມເຊື່ອໝັ້ນວ່າ ລັດ Tasmania ຈະເປີດກວ້າງ ແລະ ເຮັດໃຫ້ການພົວພັນຮ່ວມມືຮອບດ້ານກັບບັນດາທ້ອງຖິ່ນຂອງ ຫວຽດນາມ ຢ່າງເລິກເຊິ່ງ, ກວ້າງຂວາງກວ່າເກົ່າ ເພື່ອຍາດແຍ່ງການເພີ່ມຕື່ມເສດຖະກິດເຊິ່ງກັນແລະກັນໃຫ້ເປັນຢ່າງດີທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ