ລີບັງ ຊຸກຍູ້ການແບ່ງກໍານົດຊາຍແດນຢູ່ທະເລ ກັບ ອິດສະຣາແອັນ

(VOVWORLD) -ປັດຈຸບັນ, ທັງ ລີບັງ ແລະ ອິດສະຣາແອັນ ຕ່າງກໍຖະແຫຼງອະທິປະໄຕສໍາລັບເຂດນ່ານນໍ້າ ທີ່ມີເນື້ອທີ່ທັງໝົດ ປະມານ 860 ກີໂລຕາແມັດ. ບັນດາເຂດນ່ານນໍ້າດັ່ງກ່່າວ ນອນຢູ່ແຄມຝັ່ງຂອງ 3 ໃນຈໍານວນ 10 ເຂດຂຸດຄົ້ນພະລັງງານຢູ່ນອກຝັ່ງ.

ວັນທີ 22 ພຶດສະພາ, ທ່ານປະທານສະພາແຫ່ງຊາດ ລີບັງ Nabih Berri ໃຫ້ຮູ້ວ່າ ຂໍ້ສະເໜີຂອງປະເທດນີ້ ກ່ຽວກັບການແບ່ງກໍານົດເຂດທະເລ ກັບ ອິດສະຣາແອັນ ໄດ້ຮັບການຕອບກັບຢ່າງຕັ້ງໜ້າ. ສໍານັກຂ່າວສານແຫ່ງຊາດຂອງ ລີບັງ ໄດ້ຄັດສະເໜີຄໍາເວົ້າຂອງທ່ານ Berri ຢ່າງຈະແຈ້ງວ່າ: “ການແລກປ່ຽນຂອງພວກຂ້າພະເຈົ້າກັບ ອາເມລິກາ ກ່ຽວກັບການແບ່ງກໍານົດເຂດຊາຍແດນຢູ່ທະເລ ກັບ ອິດສະຣາແອັນ ແມ່ນຕັ້ງໜ້າທີີ່ສຸດ ແລະ ຂ້າພະເຈົ້າຄິດວ່າ ລີບັງ ອາດຈະບັນລຸໄດ້ເປົ້າໝາຍຂອງຕົນໃນບັນຫານີ້”.

ປັດຈຸບັນ, ອາເມລິກາ ກໍາລັງເປັນປະເທດກາງໄກເກ່ຍ ກ່ຽວກັບການຂັດແຍ້ງຊາຍແດນລະຫວ່າງ ອິດສະຣາແອັນ ແລະ ລີບັງ, ຜ່ານການໄປຢ້ຽມຢາມສອງຄັ້ງຢ່າງລຽນຕິດຂອງ ທ່ານ David Satterfield, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບກ່ຽວກັບບັນດາບັນຫາ ຕາເວັນອອກໃກ້ ເພື່ອຊຸກຍູ້ການປຶກສາຫາລືກ່່ຽວກັບການແບ່ງກໍານົດຊາຍແດນທາງບົກ ແລະ ທາງທະເລ ລະຫວ່າງ ອິດສະຣາແອັນ ແລະ ລີບັງ.

ປັດຈຸບັນ, ທັງ ລີບັງ ແລະ ອິດສະຣາແອັນ ຕ່າງກໍຖະແຫຼງອະທິປະໄຕສໍາລັບເຂດນ່ານນໍ້າ ທີ່ມີເນື້ອທີ່ທັງໝົດ ປະມານ 860 ກີໂລຕາແມັດ. ບັນດາເຂດນ່ານນໍ້າດັ່ງກ່່າວ ນອນຢູ່ແຄມຝັ່ງຂອງ 3 ໃນຈໍານວນ 10 ເຂດຂຸດຄົ້ນພະລັງງານຢູ່ນອກຝັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ