ລີບີຈັບຕົວຊາວອົບພະຍົບອາຟະລິການັບຮ້ອຍຄົນ

ລີບີຈັບຕົວຊາວອົບພະຍົບອາຟະລິການັບຮ້ອຍຄົນ - ảnh 1
(ພາບປະກອບ: vietbao)

(vovworld) - ວັນ​ທີ 6/10, ວົງ​ການ​ເຈົ້າ​ໜ້າ​ທີ່​ອຳນາດ​ການ​ປົກຄອງ ​ເຊິ່ງ​ໄດ້​ຮັບ​ການ​ໜູນ​ຫຼັງ​ຈາກ​ກຳລັງ​ອິດສະ​ລາມ ທີ່​ພວມ​ຄວບ​ຄຸມ​ນະຄອນ ຫຼວງ Tripoli ຂອງ​ລີ​ບີ ​ໃຫ້​ຮູ້​ ​ໄດ້ຈັບ​ຕົວ​ຊາວ​ອົບ​ພະຍົບອາ​ຟະ​ລິ​ກາ​ 300 ​ຄົນທີ່​ພວມ​ຊອກ​ຫາ​ວິທີ​ຂ້າມ​ທະ​ເລ​ໄປ​ຍັງ​ເອີ​ລົບ. ​ເຂົາ​ເຈົ້າ​ຖືກ​ຈັບ​ໃນ​ວັນ​ທີ 6/9 ຜ່ານ​ມາ, ຢູ່​ຝັ່ງ​ທະ​ເລ Tripoli ຕາ​ເວັນ​ອອກ. ອົງການອົບ​ພະຍົບສາກົນ (IOM) ​ໃຫ້​ຮູ້​ວ່າ, ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ມີ​ຊາວ​ອົບ​ພະຍົບ 2.600 ກວ່າ​ຄົນ​ຖືກ​ເສຍ​ຊີວິດ​ບົນ​ເສັ້ນທາງ​ຂ້າມ​ທະ​ເລ​ ແມ​ດີ​ເຕີຣານຽມ, ​ໃນ​ນັ້ນ​ມີ​ລີ​ບີ.

ຂ່າວ/ບົດ​ອື່ນ