ລະດັບແຜ່ລະບາດຂອງເຊື້ອໄວຣັດ ໂຄວິດ - 19 ໃນທົ່ວໂລກ ພວມຊັກຊ້າລົງ.

(VOVWORLD) -ຕາມການຢັ້ງຢືນຂອງ WHO, ລະດັບແຜ່ລະບາດຂອງເຊື້ອໄວຣັດ ໂຄວິດ - 19 ໃນທົ່ວໂລກ ເບິ່ງຄືວ່າພວມຊັກຊ້າລົງ
ລະດັບແຜ່ລະບາດຂອງເຊື້ອໄວຣັດ ໂຄວິດ - 19 ໃນທົ່ວໂລກ ພວມຊັກຊ້າລົງ.  - ảnh 1ລະດັບແຜ່ລະບາດຂອງເຊື້ອ ໂຄວິດ - 19 ໃນທົ່ວໂລກ ພວມຊັກຊ້າລົງ

ທ່ານ Maria van Kerkhoven ນັກຊ່ຽວຊານ ອົງການອະນາໄມໂລກ(WHO) ເມື່ອບໍ່ດົນມານີ້ ໄດ້ແຈ້ງໃຫ້ຊາບວ່າ ຕາມການຢັ້ງຢືນຂອງ WHO, ລະດັບແຜ່ລະບາດຂອງເຊື້ອໄວຣັດ ໂຄວິດ - 19 ໃນທົ່ວໂລກ ເບິ່ງຄືວ່າພວມຊັກຊ້າລົງ. ຕາມນັກຊ່ຽວຊານທ່ານນີ້ແລ້ວ ນີ້ອາດຖືວ່າແມ່ນສັນຍານທີ່ດີ ເມື່ອຈຳນວນກໍລະນີຕິດເຊື້ອໃໝ່ຖືກກວດພົບມີ ທ່າອ່ຽງຫຼຸດລົງໃນແຕ່ລະວັນ ຢູ່ຫຼາຍປະເທດໃນໂລກ. ສິ່ງນີ້ບັນລຸໄດ້ຕົ້ນຕໍກໍຍ້ອນ ຜ່ານການນຳໃຊ້ບັນດາມາດຕະການເຮັດໃຫ້ການແຜ່ລະບາດຂອງເຊື້ອໄວຣັດຖືກຕັດຕອນ. ອີກຢ່າງໜຶ່ງແມ່ນຕ້ອງເວົ້າເຖິງເລື່ອງບັນດາປະເທດໃນໂລກ ໄດ້ຜັນຂະຫຍາຍບັ້ນສັກຢາກັນ ໂຄວິດ - 19 ເປັນວົງກວ້າງ ແຕ່ນັກຊ່ຽວຊານຂອງ  WHO ຍັງຮຽກຮ້ອງໃຫ້ປະຊາຊົນໃນໂລກ ຈົ່ງສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ ສະກັກກັ້ນໂລກລະບາດ ຢ່າງເຂັ້ມງວດ ພ້ອມທັງຊຸກຍູ້ບັນດາປະເທດຈົ່ງເອົາໃຈໃສ່ກວ່າອີກ ໃນການປະກາດໃຫ້ປະຊາຊົນ ກ່ຽວກັບບັນດາມາດຕະການ ທີ່ຈຳເປັນໃນການປ້ອງກັນ ສະກັກກັ້ນໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ