ລະດົມການປະກວດພາບຖ່າຍລົງຢູ່ Instagram ກ່ຽວກັບຄວາມກ້າວໜ້າ, ການພັດທະນາຢູ່ເຂດອະນຸພາກພື້ນແມ່ນ້ຳຂອງ

(VOVWORLD) - ທະນາຄານພັດທະນາອາຊີ (ADB) ປະຈຳຫວຽດນາມ ຫາກໍ່ປຸກລະດົມການປະກວດພາບຖ່າຍໃນ Instagram ແນະນຳບັນດາຄວາມກ້າວໜ້າໃນການພັດທະນາຂອງຂົງເຂດອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS)
ລະດົມການປະກວດພາບຖ່າຍລົງຢູ່ Instagram ກ່ຽວກັບຄວາມກ້າວໜ້າ, ການພັດທະນາຢູ່ເຂດອະນຸພາກພື້ນແມ່ນ້ຳຂອງ - ảnh 1 (ພາບປະກອບ: cand)

ແລະ ພິສູດໃຫ້ເຫັນການສຸມໃສ່ເພີ່ມທະວີການຮ່ວມມື, ການເຊື່ອມໂຍງເຂົ້າກັບພາກພື້ນໄດ້ປົວແປງຊີວິດການເປັນຢູ່ຂອງປະຊາຊົນຄືແນວໃດ. ການເສັງພາບຖ່າຍນີ້ສະຫງວນໃຫ້ບັນດານັກຖ່າຍຮູບສະໝັກຫຼິ້ນ, ໂດຍບໍ່ຈຳກັດອາຍຸ ມາຈາກບັນດາປະເທດສະມາຊິກຂອງ ADB. ເພື່ອເຂົ້າຮ່ວມການປະກວດ, ຈົ່ງລົງພາບຖ່າຍໃນ Instagram ຂອງເພື່ອນ, ດ້ວຍການນຳໃຊ້ລະຫັດ hashtag #GMS25 ແລະ @ADB_HQ. ພາບຖ່າຍສາມາດລົງໃນໄລຍະເວລາແຕ່ວັນທີ 08 ມັງກອນ ຫາ ວັນທີ 09 ກຸມພາ 2018. ຜົນຂອງການປະກວດຈະໄດ້ປະກາດໃນວັນທີ 20 ກຸມພາ 2018.

ຕອບກັບ

ຂ່າວ/ບົດ​ອື່ນ