ລະ​ດົມແຫຼ່ງ​ກຳ​ລັງຂອງ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ເພື່​ອ​ພັດ​ທະ​ນາ​ປະ​ເທດ​ຊາດ

(VOVWORLD) -  ວັນທີ 27ພະຈິກ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສະຫຼຸບ 5 ປີແຫ່ງການ ປະຕິບັດຄຳສັ່ງ ເລກທີ 45 ກ່ຽວກັບການສືບຕໍ່ຍູ້ແຮງການປະຕິບັດມະຕິເລກທີ 36 ຂອງກົມການເມືອງ ຊຸດທີ IX ກ່ຽວກັບວຽກງານສຳລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນສະພາບການໃໝ່.

ລະ​ດົມແຫຼ່ງ​ກຳ​ລັງຂອງ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ເພື່​ອ​ພັດ​ທະ​ນາ​ປະ​ເທດ​ຊາດ - ảnh 1ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ດັ່ງມິງເຄີຍກ່າວຄຳເຫັນໄຂກອງປະຊຸມ

(ພາບ: TTXVN) 

ກອງປະຊຸມມີການເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳຂອງການນຳພັກ ແລະ ລັດ, ມີຜູ້ແທນ ເກືອບ 400 ທ່ານ ແມ່ນການນຳບັນດາຄະນະ, ກະຊວງ, ຂະແໜງການ, ບັນດາທ້ອງຖິ່ນ, ຫົວໜ້າ ອົງການຕາງໜ້າຫວຽດນາມ ປະຈຳຢູ່ຕ່າງປະເທດ ອາຍຸການ 2020 – 2023…

ກອງປະຊຸມເພື່ອແນໃສ່ຕີລາຄາໝາກຜົນ 5 ປີແຫ່ງການປະຕິບັດຄຳສັ່ງຂອງທຸກຂັ້ນ, ທຸກຄະນະ, ກະຊວງ, ຂະແໜງການ, ບົນພື້ນຖານດັ່ງກ່າວ ໄດ້ວາງອອກທິດທາງ, ແຜນນະໂຍບາຍ ແລະ ບັນດາມາດຕະການໃຫຍ່ກ່ຽວກັບວຽກງານສຳລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນໄລຍະຈະມາເຖິງ. ນອກຈາກນັ້ນ, ນີ້ກໍແມ່ນໂອກາດເຕົ້າໂຮມເອົາຄຳເຫັນປະກອບຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ, ບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ…ຈາກນັ້ນສະເໜີວິທີການແກ້ໄຂເພື່ອຍົກສູງປະສິດທິຜົນການປະຕິບັດວຽກງານກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ