ລະມັດລະວັງ, ພາວະວິໄສ, ຈິດໃຈທ່ຽງທຳ, ຊັດເຈນເມື່ອດຳເນີນການລົງຄະແນນສຽງປ່ອນບັດໄວ້ວາງໃຈ

ລະມັດລະວັງ, ພາວະວິໄສ, ຈິດໃຈທ່ຽງທຳ, ຊັດເຈນເມື່ອດຳເນີນການລົງຄະແນນສຽງປ່ອນບັດໄວ້ວາງໃຈ - ảnh 1
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ 
(ພາບ: nguoidaibieu)

(vovworld)- ລະ​ມັດ​ລະ​ວັງ, ພາ​ວະ​ວິ​ໄສ, ຈິດ​ໃຈ​ທ່ຽງ​ທຳ, ຊັດ​ເຈນ​ເມື່ອດຳ​ເນີນ​ການ​​ລົງ​ຄະ​ແນນ​ສຽງປ່ອນ​ບັດ​ໄວ້​ວາງ​ໃຈ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ໄດ້​ເນັ້ນ​ໜັກ​ຄື​ດັ່ງ​ກ່າວ​ເມື່ອ​ລາຍ​ງານ​ຕໍ່​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການປ່ອນ​ບັດ​ໄວ້​ວາງ​ໃຈສຳ​ລັບ​ບັນ​ດາ​ຕຳ​ແໜ່ງ​ຊຶ່ງ​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງຫຼື​ໃຫ້​ສັດ​ຕະ​ຍາ​ບັນ​ທີ່​ວາ​ລະ​ປະ​ຊຸມ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 14/11 ໃນ​ຂອບ​ເຂດກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊ​າດ​ຊຸດ​ທີ 13. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ຢືນ​ຢັນ​ວ່າ ການປ່ອນ​ບັດ​ໄວ້​ວາງ​ໃຈແມ່ນ​ວຽກ​ງານ​ທີ່​ສຳ​ຄັນ​ທີ່​ສຸດ. ທ່ານ​ຍັງ​ໃຫ້​ຮູ້​ວ່າ ການ​ລົງ​ຄະ​ແນນ​ສຽງ​ປ່ອດ​ບັດ​ໄວ້​ວາງ​ໃຈ​ຄັ້ງ​ນີ້ ແມ່ນ​ມີ​ຄວາມ​ສະ​ດວກຫຼາຍ​ຢ່າງ, ມີ​ຂໍ້​ອ້າງ​ອີງ​ຢ່າງ​ໜັກ​ແໜ້ນ​ເພື່ອ​ຊ່ວຍ ສ.ສ.ຊ ປ່ອນ​ບັດ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ກ່າວ​ວ່າ : (ເທບ)

“  ບັນ​ດາ ສ.ສ.ຊ ມີ​ເວ​ລາ​ຍາວ​ນານ​ກ່​ວາ​ເພື່ອ​ຕີ​ລາ​ຄາ​ປະ​ສິດ​ທິ​ຜົນວຽກ​ງານຂອງ​ແຕ່​ລະ​ຕຳ​ແໜ່ງ, ມີ​ບົດ​ຮຽນ​ກວ່າ. ສິ່ງ​ສຳ​ຄັນ​ແມ່ນ​ໃນ​ສະ​ໄໝ​ປະ​ຊຸມ​ທາ້ຍ​ປີ​ກາຍ ແລະ ເຄິ່ງ​ຕົ້ນ​ສະ​ໄໝ​ປະ​ຊຸມ​ຄັ້ງ​ນີ້, ​ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ຂອງ​ປະ​ເທດ​ຊາດ. ຜ່ານນັ້ນ ກໍ​ເຫັນ​ວ່າ ວຽກ​ງານ​ນິ​ຕິ​ບັນ​ຍັດ, ບໍ​ລິ​ຫານ, ຕຸ​ລາ​ການ​ຂອງ​ປະ​ເທດ​ຊາດ ກໍ​ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ. ທາງ​ດ້ານ​ນິ​ຕິ​ບັນ​ຍັດ, ​ສະ​ພາ​ແຫ່ງ​ຊາດ​ໄດ້​ປະ​ກາດ​ໃຊ້​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງ​ສູງ, ຕໍ່ຈາກນັ້ນ, ແມ່ນ​ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ສຳ​ລັບ​ວຽກ​ງານ​ການ​ບໍ​ລິ​ຫານ, ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ​ມີ​ການ​ຫັ​ນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ, ອັນ​ໄດ້​ສ້າງ​ທ່າ​ສະ​ດວກ​ເພື່ອ​ສູ້​ຊົນ, ເຮັດ​ສຳ​ເລັດ​ໜ້າ​ທີ່​ປີ 2015 ເປັນ​ຢ່າງ​ດີ. ໃນ​ຂົງ​ເຂດ​ຕຸ​ລ​າ​ການ, ໃນ​ການ​ປ້ອງ​ກັນ ແລະ ຕ້ານ​ອາດ​ຊະ​ກຳ ແລະ ໄພ​ສໍ້​ລາດ​ບັງຫຼວງ, ການ​ຮົ່ວ​ໄຫຼ​ຟຸ​ມ​ເຟືອຍນັ້ນ, ລະ​ບົບ​ອົງ​ການ​ຕຸ​ລາ​ການ​ລ້ວນ​ແຕ່​ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ຫນ້າ. ນີ້​ແມ່ນຫຼັກ​ຖານ​ທີ່​ສຳ​ຄັນ​ເພື່ອ​ຕີ​ລາ​ຄາ”. 

ຂ່າວ/ບົດ​ອື່ນ