ລາຄານ້ຳມັນຕະຫຼາດອາເມລິກາແລະໂລກລ້ວນແຕ່ຫຼຸດລົງຢ່າງແຮງ

ລາຄານ້ຳມັນຕະຫຼາດອາເມລິກາແລະໂລກລ້ວນແຕ່ຫຼຸດລົງຢ່າງແຮງ - ảnh 1
(ພາບປະກອບ)

​(vovworld) - ​ໂດຍ​ບໍ່​ຫົວຊາ​ຕໍ່​ປະລິມານ​ນ້ຳມັນ​ໃນ​ລະບົບ​ສາງສະ​ສົມຍຸດ​ທະ​ສາດ​ຂອງ​ອາ​ເມ​ລິ​ກາ ຖືກຫຼຸດ​ລົງ​ຢ່າງ​ແຮງ​ໃນ​ 5 ສັບປະ​ດາຢ່າງ​ລ້ຽນ​ຕິດ, ວັນ​ທີ 03/06, ລາຄາ​ນ້ຳມັນ​ດິບ​ຢູ່​ຕະຫຼາດ​ອາ​ເມ​ລິ​ກາ ​ແລະ ​ໂລກລ່ວນ​ແຕ່​ຫຼຸດ​ລົງຢ່າງ​ແຮງ ຍ້ອນ​ບັນດາ​ນັກ​ລົງທຶນ​ວິ​ຕົກ​ກັງວົນ ​ລໍ້​ຖ້າ​ລັດຖະນະ​ໂຍບາຍ​ຈາກ​ການ​ພົບ​ປະ​ໃນ​ທ້າຍ​ສັບ​ປະດາ​ນີ້​ຂອງ​ອົງການ​ບັນດາ​ປະ​ເທດ​ສົ່ງ​ອອກ​ນ້ຳມັນ (OPEC). ບັນດາ​ນັກ​ຊ່ຽວຊານ​ໃຫ້​ຮູ້​ວ່າ, ລາຄາ​ນ້ຳມັນ​ດິບ​ໃນ​ວັນ​ທີ 03/06 ຫຼຸດຖືກ​ລົງ​ຢ່າງ​ແຮງ ​ແມ່ນ​ຍ້ອນ​ບັນດາ​ນັກ​ລົງທຶນ​ຄາດ​ຄະ​ເນ ​ໃນ​ການ​ປະຊຸມ​ຂັ້ນ​ລັດຖະມົນຕີ ​ໃນວັນ​ທີ 05/06 ຈະ​ມາ​ເຖິງ, ບັນດາ​ປະ​ເທດ OPEC ອາດສືບ​ຕໍ່​ປະຕິ​ເສດ​ຂໍ້​ສະ​ເໜີ​ຫຼຸດຜ່ອນ​ການ​ຂຸດ​ຄົ້ນ​ໃນ​​ແຕ່ລະ​ມື້ ​ເພື່ອສ້າງ​ຄວາມ​ດູ​ນດຽງ​ລະຫວ່າງ​ການ​ສະໜອງ ​ແລະ ຄວາມ​ຕ້ອງການ.

ຂ່າວ/ບົດ​ອື່ນ