ລາຍການພົບປະ ແລກປ່ຽນວັດທະນະທຳ ໂຫ້ຍອານ - ຍີປຸ່ນ ຄັ້ງທີ່10 ປີ 2012

ລາຍການພົບປະ ແລກປ່ຽນວັດທະນະທຳ ໂຫ້ຍອານ - ຍີປຸ່ນ ຄັ້ງທີ່10 ປີ 2012  - ảnh 1
ລາຍການ ພົບ​ປະ​ແລກປ່ຽນວັດທະນະທຳ ໂຫ້​ຍອານ - ຍີ​ປຸ່ນ​ຄັ້ງ​ທີ 10 ປີ 2012 ຫາກໍຖືກໄຂຂຶ້ນໃນຕອນ​ຄ່ຳວັນ​ທີ 24/8 ຢູ່​ນະຄອນ​ໂຫ້​ຍອານ ​


Vovworld- ຕອນ​ຄ່ຳວັນ​ທີ 24/8 ຢູ່​ນະຄອນ​ໂຫ້​ຍອານ ​ແຂວງ ກວາງ​ນາມ, ​ໄດ້​ໄຂ “ ລາຍການ ພົບ​ປະ​ແລກປ່ຽນວັດທະນະທຳ ໂຫ້​ຍອານ - ຍີ​ປຸ່ນ​ຄັ້ງ​ທີ 10 ປີ 2012 ຂຶ້ນ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄືອ່​ນ​ໄຫວ​ສະ​ເຫຼີ​ມສະຫຼອງ 39 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ດ້ານ​ການ​ທູດ​ລະຫວ່າງຫວຽດນາມ - ຍີ​ປຸ່ນ ​ແລະ ກໍ​ແມ່ນ​ເພື່ອ​ມຸ່ງ​ໄປ​ສູ່​ປີ​ມິດຕະພາບຫວຽດນາມ - ຍີ​ປຸ່ນ 2013 , ພ້ອມ​ກັນ​ນັ້ນ​, ນີ້ກໍ​ແມ່ນໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ປີ​ທ່ອງ​ທ່ຽວ​​ແຫ່ງ​ຊາດ​ເຂດ​ແຄມ​ທະ​ເລ​ຕອນ​ໃຕ້​ຂອງ​ພາກ​ກາງ - ​ເຫວ 2012 . ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ ທ່ານ  Le Van Giang ປະ​ທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ໂຫ້​ຍອານ ​ໃຫ້​ຮູ້​ວ່າ :

 “ ບັນດາ​ເພື່ອນ​ຍີ​ປຸ່ນກໍ​ຄື ​ໂຫ້​ຍອ່ານ ​ໄດ້​ນຳ​ບັນດາ​ປະ​ເພດ​ວັດທະນະທຳ​ສິລະ​ປະ​ຍຸກ​ປະຈຸບັນເຂົ້າ​ໃນ​ລາຍການ. ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ, ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ, ຮັກສາ​ສິ່ງ​ແວດ​ລ້ອມ....ກໍ​ຖືກ​ສຸມ​ໃສ່​ປຶກສາ​ຫາລື. ພ້ອມ​ກັນ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ທີ່​ມີ​ມາ​​ແຕ່ ກ່ວາ 400 ປີ​ກ່ອນ​ນີ້, ​ເຫດການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ ຫວຽດນາມ - ຍີ​ປຸ່ນ ຄັ້ງ​ທີ່ 10 ຍິ່ງ​ເປັນການ​ປະກອບ​ສ່ວນ​ຮັດ​ແໜ້ນ​ນ້ຳ​ໃຈ​ສາມັກຄີ​ມິດ​ຕະພາບ​ລະຫວ່າງ 2 ປະ​ເທດ​ຫຼາຍ​ກ່ວາ​ອີກ ​ເພື່ອ​ມຸ່ງ​ໄປ​ສູ່​ການສະ​ເຫຼີ​ມ ສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ . ”

       ລາຍການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ໂຫ້​ຍອານ - ຍີ​ປຸ່ນ ຄັ້ງ​ທີ່10 ປີ 2012 ​ດຳ​ເນີນ​ແຕ່​ວັນ​ທີ 24 ຈົນຮອດວັນທີ 26/8 ຈຶ່ງຈະອັດລົງ .

ຂ່າວ/ບົດ​ອື່ນ