ລາຍການສິລະປະ “ບົດເພງລະດູບານໃໝ່ປີວອກ 1968”

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງການບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ຍາມລະດູບານໃໝ່ປີວອກ 1968
ລາຍການສິລະປະ “ບົດເພງລະດູບານໃໝ່ປີວອກ 1968” - ảnh 1 ລາຍການສະແດງສິລະປະດ້ວຍຫົວຂໍ້ວ່າ “ບົດເພງລະດູບານໃໝ່ປີວອກ 1968”

ວັນທີ 10 ກຸມພາ, ທີ່ສູນກະຈາຍສຽງແຫ່ງຊາດ, 58 ຖະໜົນ ກວານຊື, ຮ່າໂນ້ຍ, ວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັງລາຍການສະແດງສິລະປະດ້ວຍຫົວຂໍ້ວ່າ “ບົດເພງລະດູບານໃໝ່ປີວອກ 1968”.

        ກ່ອນນີ້ 50 ປີ, ກົງກັບໂອກາດບຸນເຕັດປີວອກ 1968, ພາຍໃຕ້ການຊີ້ນຳນຳພາທີ່ປີຊາສາມາດ ສະຫລາດສະຫລຽວຂອງພັກກອມມູນິດ ຫວຽດນາມ ແລະ ປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່, ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ດຳເນີນການລຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນທົ່ວສະໜາມຮົບພາກໃຕ້. ນີ້ແມ່ນເຫດການທີ່ມີຄວາມໝາຍໃນປະຫວັດສາດ, ສ້າງບາດລ້ຽວ ນຳການສູ້ຮົບຕ້ານ ອາເມລິກາ ກູ້ຊາດຂອງປະເທດຊາດເຮົາ ຈະຍັບເຂົ້າໃກ້ກັບໄຊຊະນະສຸດທ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ