ລາຍການ “ຂ້ອຍຮັກປະເທດຂອງຂ້ອຍ” ປີ 2019 ຈະໄດ້ຈັດຕັ້ງຢູ່ 63 ແຂວງ, ນະຄອນໃນທົ່ວປະເທດ

(VOVWORLD) - ພິທີເລີ່ມເຄື່ອນໄຫວລາຍການ “ຂ້ອຍຮັກປະເທດຂອງຂ້ອຍ” ຈະດຳເນີນຢູ່ເຂດປູສະນີຍະຖານປະຫວັດສາດວິຫານຮຸ່ງ, ນະຄອນ ຫວຽດຈີ່, ແຂວງ ຝູເທາະ ໃນວັນທີ 06 ຕຸລາ.

         ລາຍການ “ຂ້ອຍຮັກປະເທດຂອງຂ້ອຍ” ປີ 2019 ຈະໄດ້ຈັດຕັ້ງຢູ່ 63 ແຂວງ, ນະຄອນໃນທົ່ວປະເທດ ດ້ວຍບັນດາການເຄື່ອນໄຫວຄື: ຢ້ຽມຢາມ, ຊອກຮູ້ບັນດາສະຖານທີ່ປະຫວັດສາດ, ວັດທະນະທຳ; ຢ້ຽມຊົມງານວາງສະແດງເຄື່ອນທີ່; ຈັດຕັ້ງເວທີປາໄສຊາວໜຸ່ມດ້ວຍຫົວຂໍ້ວ່າ “ຂ້ອຍຮັກປະເທດຂອງຂ້ອຍ”; ປະຕິບັດກິດຈະກຳ “ຂ້ອຍຮັກປະເທດຂອງຂ້ອຍ” ຢູ່ແຕ່ລະທ້ອງຖິ່ນ; ຈັດຕັ້ງການພົບປະແລກປ່ຽນສິລະປະ ແນະນຳບັນດາ “ຜະລິດຕະພັນພິເສດ” ວັດທະນະທຳ - ສິລະປະຂອງທ້ອງຖິ່ນ…

        ຄາດວ່າ, ຈະມີສະມາຊິກ, ຊາວໜຸ່ມປະມານ 5 ລ້ານຄົນເຂົ້າຮ່ວມຕອບສະໜອງລາຍການ, ຊາວໜຸ່ມດີເດັ່ນ 6300 ຄົນເຂົ້າຮ່ວມລາຍການ “ຂ້ອຍຮັກປະເທດຂອງຂ້ອຍ” ແລະ 63 ກິດຈະກຳຊາວໜຸ່ມຂັ້ນແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ