ລາຍ​ການ “ພົບ​ປະ​ກັບ​ຜູ້​ແທນ​ທີ່​ເປັນ​ແມ່​ຫວຽດ​ນາມ​ວິ​ລະ​ຊົນ​ທົ່ວ​ປະ​ເທດ​ປີ 2020”

(VOVWORLD) -ໃນຕອນເຊົ້າວັນທີ 24 ກໍລະກົດ, ແມ່ຫວຽດນາມວິລະຊົນ ເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ.
ລາຍ​ການ “ພົບ​ປະ​ກັບ​ຜູ້​ແທນ​ທີ່​ເປັນ​ແມ່​ຫວຽດ​ນາມ​ວິ​ລະ​ຊົນ​ທົ່ວ​ປະ​ເທດ​ປີ 2020” - ảnh 1ແມ່ຫວຽດນາມວິລະຊົນ ເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ (ພາບ: Danviet.vn) 

ໂດຍມຸ່ງໄປສູ່ເຫດການສະເຫຼີມສະຫຼອງ 73 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (ວັນທີ 27 ກໍລະກົດ 1947 – 27 ກໍລະກົດ 2020), ຕອນເຊົ້າວັນທີ 24 ກໍລະກົດ, ມີ ເປັນແມ່ຫວຽດນາມວິລະຊົນ 300 ຄົນໄດ້ຕາງໜ້າໃຫ້ ແມ່ຫວຽດນາມວິລະຊົນເກືອບ 5000 ຄົນ ໃນທົ່ວປະເທດເຂົ້າຮ່ວມບັນດາການເຄື່ອນໄຫວໃນລາຍການ “ພົບປະກັບ ແມ່ຫວຽດນາມວິລະຊົນທົ່ວປະເທດປີ 2020”, ໂດຍໄດ້ດຳເນີນຢູ່ຮ່າໂນ້ຍໃນລະຫວ່າງວັນທີ 23 - 25 ກໍລະກົດ. ໃນຕອນເຊົ້າວັນທີ 24 ກໍລະກົດ, ແມ່ຫວຽດນາມວິລະຊົນ ເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ.

        ແລະກໍ່ໃນວັນທີ 23 ກໍລະກົດ, ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດນາມໄດ້ນຳໜ້າຄະນະປະຕິບັດງານ ໄປຖະຫວາຍທູບທຽນ, ໄວ້ອາໄລດວງວິນຍານນັກຮົບເສຍສະຫຼະຊີວິດເພື່ອຊາດຂອງຂະແໜງຖະແຫຼງຂ່າວ ແລະ ການສື່ສານຢູ່ ສຸສານນັກຮົບເສຍສະຫລະຊີວິດເພື່ອ ຊາດເມືອງເຕິນບຽນ, ແຂວງໄຕນິງ.

        ກ່າວຄຳເຫັນທີ່ພິທີທ່ານ ຫງວຽນແມ້ງ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພໍ່ແມ່ພີ່ນ້ອງຂອງບັນດາຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ບັນດາສະຫາຍ, ພະນັກງານຂະແໜງຖະແຫຼງຂ່າວ ແລະ ການສື່ສານໃນໄລຍະຕ່າງໆ. 

ຕອບກັບ

ຂ່າວ/ບົດ​ອື່ນ