ລາວ-ກຳປູເຈຍສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງອາຊຽນ

(VOVWORLD) -ຕອນເຊົ້າວັນທີ 11 ສິງຫາ, ຢູ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ, ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນກຳປູເຈຍ ໄດ້ຈັດຕັ້ງພິທີຊັກທຸງອາຊຽນ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງອາຊຽນ ( 8/8/1967-8/8/2017).
ລາວ-ກຳປູເຈຍສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງອາຊຽນ - ảnh 1 (ເອກອັກຄະລັດຖະທູດບັນດາປະເທດເຂົ້າຮ່ວມພິທີ)

ເຂົ້າຮ່ວມພິທີມີ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳກຳປູເຈຍ ແທກຢື, ເອກອັກຄະລັດຖະທູດບັນດາປະເທດສະມາຊິກອາຊຽນ, ຜູ້ຕາງໜ້າບັນດາອົງການສຳນັກງານການທູດອື່ນປະຈຳກຳປູເຈຍ ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂອງປະເທດເຈົ້າພາບ.

       ແລະກໍ່ໃນຕອນເຊົ້າຂອງວັນດຽວກັນ, ເພື່ອເປັນການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ ( 8/8/1967-8/8/2017) ແລະ 20 ປີ ແຫ່ງວັນ ສປປລາວເຂົ້າເປັນສະມາຊິກອາຊຽນຢ່າງເປັນທາງການ ( 23/7/1997-23/7/2007), ພິທີຊັກທຸງອາຊຽນ ແລະ ທຸງລາວ ໄດ້ດຳເນີນໄປຢ່າງສົມກຽດ ຢູ່ສຳນັກງານກະຊວງການຕ່າງປະເທດລາວ ທີ່ນະຄອນຫຼວງວຽງຈັນ ແລະ ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ເປັນປະທານ. 

       ກ່າວຄຳເຫັນທີ່ 2 ພິທີດັ່ງກ່າວ, ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ແລະ ທ່ານລັດຖະມົນຕີອາວຸໂສກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນກຳປູເຈຍ Prak Sokhonn ພ້ອມກັນເນັ້ນໜັກວ່າ ໃນຕະຫຼອດ 50 ປີທີ່ຜ່ານມາ, ເຖິງວ່າ ໄດ້ຜ່ານຜ່າຄວາມຫຍຸ້ງ, ສິ່ງທ້າທາຍຫຼາຍຢ່າງກໍ່ຕາມ ແຕ່ອາຊຽນຍາມໃດກໍ່ຍັງຄົງພັດທະນາເທື່ອລະກ້າວ ແລະ ບັນລຸໄດ້ຜົນງານໜັກແໜ້ນຫຼາຍຢ່າງ; ກາຍເປັນອົງການຈັດຕັ້ງທີ່ມີການເຊື່ອມຕໍ່ກັນລະຫວ່າງບັນດາປະເທດໃນພາກພື້ນ ແລະ ໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ