ລາວ ກ່ຽມພ້ອມໃຫ້ແກ່ການຈັດຕັ້ງ ເວທີປາໄສການທ່ອງທ່ຽວອາຊຽນ

ລາວ ກ່ຽມພ້ອມໃຫ້ແກ່ການຈັດຕັ້ງ ເວທີປາໄສການທ່ອງທ່ຽວອາຊຽນ - ảnh 1
(ພາບປະກອບ)

(vovworld) -     ​ເວທີ​ປາ​ໄສ​ການທ່ອງທ່ຽວ​ອາຊຽນ ປະຈຳ​ປີ (ATF) ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ​ວຽງ​ຈັນ ​ໃນ​ລະຫວ່າງ​ວັນ​ທີ 17 – 24/01 ຈະ​ມາ​ເຖິງ. ຕາມ​ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ​ແລ້ວ, ​ເວທີ​ປາ​ໄສ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງຜູ້​ແທນ​ກ່ວາ 150 ທ່ານທີ່​ມາ​ຈາກ 10 ປະ​ເທດ​ສະມາຊິກ​ຂອງອາ​ຊຽນ ​ແລະ ບັນ​ດາ​ປະ​ເທດ​ຄູ່​ເຈລະຈາ​ຄື; ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ, ອີນ​ເດຍ ​ແລະ ລັດ​ເຊຍ. ບັນດາ​ຜູ້​ແທນ​ຈະ​ປຶກສາ​ຫາລື​ມາດ​ຕະການ​ຕ່າງໆ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ​ໃນ​ອະນາຄົດ, ກ່ຽວຂ້ອງ​ເຖິງ​ການ​ສົ່ງ​ເສີມ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ລະຫວ່າງ​ອາ​ຊຽນກັບ​ບັນດາ​ຄູ່​ເຈລະຈາ. ຄາດ​ວ່າ, ​​ເອກະສານ​ບາງ​ສະບັບ​ກ່ຽວ​ກັບ​ການ​ຮ່ວມມື​ຫຼາຍ​ຝ່າຍ ​ແລະ ສອງ​ຝ່າຍ ຈະ​ໄດ້​ຮັບ​ການ​ລົງ​ນາມ​ໃນເວທີ​ປາ​ໄສ​ຄັ້ງ​ນີ້.

ຂ່າວ/ບົດ​ອື່ນ