ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຈຳ​ນວນ 800.000 ໂດ​ສ ຈະ​ໄດ້ຈັດ​ແບ່ງ​ໃຫ້​ແກ່​ນະ​ຄອນ ໂຮ່​ຈີ​ມິນ

(VOVWORLD) -ກະຊວງສາທາລະນະສຸກ ຫວຽດນາມ ຈະສົ່ງວັກຊິນກັນພະຍາດໂຄວິດ - 19 ຈໍານວນ 800.000 ໂດສ ໃຫ້ແກ່ນະຄອນ ໂຮ່ຈີມິນ ເພື່ອສັກໃຫ້ປະຊາຊົນ ໃນສະພາບການທີ່ຈຳນວນຜູ້ຕິດເຊື້ອໂຄວິດ - 19 ຢູ່ ນະຄອນ ໂຮ່ຈີມິນ ໄດ້ເພີ່ມຂຶ້ນກາຍຕົວເລກ 1.000 ກໍລະນີ ໃນການແຜ່ລະບາດຮອບທີ 4 ນີ້.
ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຈຳ​ນວນ 800.000 ໂດ​ສ ຈະ​ໄດ້ຈັດ​ແບ່ງ​ໃຫ້​ແກ່​ນະ​ຄອນ ໂຮ່​ຈີ​ມິນ - ảnh 1 ນະຄອນ ໂຮ່ຈີມິນ ຫາກໍມີ 12.136 ຄົນໄດ້ຮັບການສັກວັກຊິນກັນພະຍາດໂຄວິດ - 19 

ຕາມທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນເຈື່ອງເຊີນ ແລ້ວ, ບໍ່ພຽງແຕ່ບັນດາຮາກຖານສາທາລະນະສຸກ ເທົ່ານັ້ນ ຫາກທຸກແຫຼ່ງກຳລັງ ນັບທັງທະຫານ, ມະຫາວິທະຍາໄລແຫ່ງຕ່າ ງໆ ກໍຄື ໂຄງໝໍແຕ່ສູນກາງລົງຮອດທ້ອງຖິ່ນ ຕະຫຼອດຮອດສຸກສາລາຕາແສງ ກໍ່ຈະເຂົ້າຮ່ວມການສັກວັກຊິນ. ກະຊວງສາທາລະນະສຸກ ກໍຈະຈັດການສັກວັກຊິນແບບເຄື່ອນທີ່ ເພື່ອສາມາດປະຕິບັດບັ້ນສັກວັກຊິນຄົບຕາມຈຳນວນ ເຊິ່ງລັດຖະບານໄດ້ຈັດແບ່ງໃຫ້ນະຄອນໃນໄລຍະເວລາອັນສັ້ນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ