ວິກິດການຢູ່ Eurozone ເລີ່ມຂະຫຍາຍອອກສູ່ ເຢຍລະມັນ

ວິກິດການຢູ່ Eurozone ເລີ່ມຂະຫຍາຍອອກສູ່ ເຢຍລະມັນ - ảnh 1

(ພາບ: TTXVN/Bloomberg)

(vovworld) - ບັນດາ​ດັດ​ຊະ​ນີ​ເສດຖະກິດ​ມະຫາ​ພາກ​ລ້າ​ສຸດສະ​ແດງ​ໃຫ້​ເຫັນ​ວ່າ ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ໜີ້​ສາທາລະນະ​ຢູ່​ເຂດ​ທີ່​ໃຊ້​ສະກຸນ​ເງິນ​ເອີ​ລົບ (Eurozone) ​ເລີ່​ມສົ່ງ​ຜົນ​ສະທ້ອນ​ເຖິງ​ເຢຍລະ​ມັນ. ຕາມ​ການ​ຄາດ​ຄະ​ເນ​ຂອງ​ກະຊວງ​ເສດຖະກິດ​ເຢຍລະ​ມັນ ​ແລ້ວ, ລະດັບ​ເຕີບ​ໂຕ​ຂອງ​ພື້ນຖານ​ເສດຖະກິດ​ໃຫຍ່​ກວ່າ​ໝູ່​ຢູ່​ເອີ​ລົບ​ຈະຖືກ​ກົດ​ໜ່ວງ​ໃນ​ໄຕ​ມາດ​ທີ 4 ປີ​ນີ້ ​ແລະ ຈະ​ແກ່ຍາວ​ໝົດ​ໄຕ​ມາດ​ທີ 1 ປີ 2013. ຄວາມ​ຈິງ​ແລ​້ວ, ວົງ​ເງິນ​ສົ່ງ​ອອກ​ຂອງ​ເຢຍລະ​ມັນ​ ໄດ້​ຫຼຸດ​ລົງ 3,4% ​ໃນ​ເດືອນ 9 ຜ່ານ​ມາ. ຈຳນວນ​ໃບ​ສັ່ງ​ຊື້​ສິນຄ້າ​ອຸດສາຫະກຳໃນ​ໄລຍະ​ນີ້​ກໍ່​ຫຼຸດ​ລົງຢ່າງ​ຫຼວງ​ຫຼາຍ. ມີ​ວິ​ສາ​ຫະກິດ​ໃຫຍ່​ຈຳນວນ​ໜຶ່ງ​ຂອງ​ເຢຍລະ​ມັນ ​ເລີ່​ມນຳ​ໃຊ້ນະ​ໂຍບາຍ​ຄັດ​ເຂ່ຍ​ກຳມະກອນ. ບັນດາ​ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ​ຍັງ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ວ່າ, ຂົງ​ເຂດ​ເຄື່ອງ​ຈັກ, ​ອຸປະກອນ ກໍ່​ຈະ​ຖືກ​ຜົນ​ສະທ້ອນ​ຍ້ອນ​ວິ​ກິດ​ການ, ຍ້ອນ​ວິ​ສາ​ຫະກິດ​ຈຳນວນ​ໜຶ່ງ​​ເລີ່​ມປະຕິບັດນະ​ໂຍບາຍ​ຫວ່າງ​ງານ​.

ຂ່າວ/ບົດ​ອື່ນ