ວົງເງິນການຄ້າຫວຽດນາມ-ສເກົາຫຼີຄາດວ່າຈະບັນລຸ 70 ຕື້ USD ໃນປີ 2020

ວົງເງິນການຄ້າຫວຽດນາມ-ສເກົາຫຼີຄາດວ່າຈະບັນລຸ 70 ຕື້ USD ໃນປີ 2020 - ảnh 1
(ພາບປະກອບ)

(vovworld) – ຕາມ​ການ​ຕີ​ລາຄາ​ຂອງ​ກະຊວງ​ການ​ຄ້າ, ອຸດສາຫະກຳ ​ແລະ ພະລັງງານ ສ​ເກົາຫຼີ ​ແລ້ວ, ປະຈຸ​ບັນ, ສ​ເກົາຫຼີ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ດັບ 3 ຂອງ ຫວຽດນາມ, ທັງ​ແມ່ນ​ປະ​ເທດ​ນຳ​ໜ້າ​ໃນ​ຂົງ​ເຂດ​ລົງທຶນ​ຕ່າງປະ​ເທດ​ຢູ່ ຫວຽດນາມ. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ຫວຽດນາມ - ສ​ເກົາຫຼີ ​ເຕີບ​ໂຕ​ຢ່າງ​ແຮງ​ຜ່ານ​ແຕ່ລະ​ປີ. ທ້າຍ​ປີ 2016, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນລຸ​ໄດ້​ກວ່າ 40 ຕື້ USD. ທ່ານ ບູ່​ຍຮູ​ຍ​ເຊີນ, ຫົວໜ​້າກົມ​ສົ່ງ​ເສີມ​ການ​ຄ້າ, ກະຊວງ​ອຸດສາຫະກຳ ການ​ຄ້າ, ​ໃຫ້​ຮູ້​ວ່າ.

        “ນັບ​ແຕ່​ເຈລະຈາ ​ແລະ ລົງ​ນາມ​ໃນ​ສັນຍາ, ພວກ​ເຮົາ​ໄດ້​ໄຈ້​ແຍກ, ຕີ​ລາຄາ​ຜົນ​ກະທົບ​ຢ່າງ​ຕັ້ງໜ້າ ກໍ່​ຄື​ກຳລັງດັນ, ການ​ທ້າ​ທາຍ​ຈາກ​ການ​ປະຕິບັດ​ສັນຍາ​ການ​ຄ້າ​ເສລີ​ສອງ​ຝ່າຍກັບ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ທີ່​ມີ​ຄວາມ​ສະດວກ​ຫຼາຍ​ຢ່າງ. ຄວາມ​ຈິ່ງ​ແລ້ວ, ປີ 2016 ຜ່ານ​ມາ ​ແມ່ນ​ປີ​ທຳ​ອິດ​ແຫ່ງ​ການ​ປະຕິບັດ​ສັນຍາ, ສ​ເກົາຫຼີ ​ເປັນ​ນັກ​ລົງທຶນ​ໃຫຍ່​ກວ່າ​ໝູ່​ຂອງ ຫວຽດນາມ ນັບ​ທັງ​ດ້ານ​ຈຳນວນ​​ໂຄງການ ​ແລະ ມູນ​ຄ່າ​ເງິນ​ລົງທຶນ“.

        ນັບ​ແຕ່​ປີ 2017, ສິນຄ້າ 18 ປະ​ເພດ​ຈະ​ເຈົ້າ​ຮ່ວມ​ພາສີ​ຕາມ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສ​ເກົາຫຼີ, ດັ່ງ​ນັ້ນ​ຄາດ​ວ່າ, ວົງ​ເງິນ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດຈະ​ບັນລຸ 70 ຕື້ USD ​ໃນ​ປີ 2020. ນອກຈາກ​ບັນດາ​ກຸ່ມ​ບໍ​ລິ​ສັດ​ນາໆ​ຊາດ​ຢູ່ ຫວຽດນາມ​ເຊັ່ນ: Samsung, Lotte, LG… ​ທີ່​ຖື ຫວຽດນາມ ​ເປັນ​ຕະຫຼາດ​ໃຫຍ່ ​ແລະ ​ເພີ່ມ​ທະວີ​ການ​ລົງທຶນ ​ເປີດ​ກວ້າງ​ການ​ຜະລິດແລ້ວ, ປະຈຸ​ບັນ, ລັດຖະບານ ສ​ເກົາຫຼີ ຍັງ​ມີ​ນະ​ໂຍບາຍ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ໝູນ​ໃຊ້​ທ່າ​ສະດວກ​ຂອງ​ສັນຍາ​ການ​ຄ້າ​ເສລີ​ສອງ​ຝ່າຍ ຫວຽດນາມ - ສ​ເກົາຫຼີ ​ຢ່າງມີ​ປະສິດທິ​ຜົນ​ທີ່​ສຸດ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ