ວັດທະນະທຳວິສາຫະກິດແມ່ນຈິດວິນຍານຂອງເຄື່ອງໝາຍການຄ້າ

ວັດທະນະທຳວິສາຫະກິດແມ່ນຈິດວິນຍານຂອງເຄື່ອງໝາຍການຄ້າ - ảnh 1
(​ພິ​ທີ​ປຸກ​ລະ​ດົມ​ບັ້ນ​ຂົນ​ຂວາຍ “​ກໍ່ສ້າງວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດ​ຫວຽດ​ນາມ”)

(vovworld) - ເຂົ້າ​ຮ່ວມ​ພິ​ທີ​ປຸກ​ລະ​ດົມ​ບັ້ນ​ຂົນ​ຂວາຍ “​ກໍ່ສ້າງວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດ​ຫວຽດ​ນາມ”, ໃນ​ຕອນ​ຄ່ຳ​ວັນ​ທີ 07/11, ໂດຍ​​ສະ​ຫະສະ​ມາ​ຄົມ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດ​ຫວຽດ​ນາມ (VNABC) ຈັດ​ຕັ້ງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ, ວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດ​ແມ່ນ​ຈິດ​ວິນ​ຍານ​ຂອງ​​ເຄື່ອງ​ໝາຍກາ​ນ​ຄ້າ, ແມ່ນ​ປັດ​ໃຈ​ແຕກ​ໂຕນ​ກັນ​ຢ່າງ​ໝັ້ນ​ຄົງຂອງວິ​ສາ​ຫະ​ກິດ ​ປະ​ຈຸ​ບັນ, ລັດ​ຖະ​ບານເອົາ​ໃຈ​ໃສ່​​ທີ່​ສຸດ​ເຖິງວັດ​ທ​ະ​​ນະ​ທຳ​ວິ​ສາ​ຫະກິດ, ວັດ​ທະ​ນະ​ທຳ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ຄຸນ​ສົມ​ບັດ​ນັກ​ທຸ​ລະ​ກິດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊີ້​ແຈ​້ງວ່າ, ວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດບໍ່​ພຽງ​ແຕ່​ແມ່ນ​ຮູບ​ພາບ​ຂອງວິ​ສາ​ຫະ​ກິ​ດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ພາບ​ພົດ​ຂອງ​ປະ​ເທດ​ຊາດ​ອີ​ກ​ດ້ວຍ, ໂດຍ​ສະ​ເພາະ​ແມ່ນ​ເມື່ອ​ຫວຽດ​ນາມ ເຂ​ົ້າ​ຮ່ວມ​ບັນ​ດາ​ສັນ​ຍາ 2 ຝ່າຍ, ຫຼາຍ​ຝ່າຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ.

        “ຂ້າ​ພ​ະ​ເຈົ້າ​ຖື​ວ່າ, ບັນ​ດາ​ຫຼັກ​ການ​ພື້ນ​ຖານ, ຫຼື​ເວົ້າ​ແນວ​ອື່ນ​ແມ່ນ​ບັນ​ດາ​ຄຸນ​ຄ່າ​ຕົ້ນ​ຕໍ, ເປັນ​ພື້ນ​ຖານ, ເປັນ​ກຳ​ລັງ​ຊີ​ວິດ​ຂອງວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດ. ບັນ​ດາ​ຫຼັກ​ການ ຫຼື ຄຸນ​ຄ່ານັ້ນ ອາດ​ຈະ​ແມ່ນຄວາມ​ສັດ​ຊື່​ບໍ​ລິ​ສຸດ, ​ຫົວ​ຄິດ​ປະ​ດິດ​ສ້າງ, ວິ​ຊາ​ການ, ​ຄວາມສຸດ​ຈິດ​ສຸ​ດ​ໃຈ ຫຼື ​ມີ​ຄວາມ​ຮັບ​ຜິ​ດ​ຊອບຕໍ່​ສິ່ງ​ແວດ​ລ້ອມ… ຍາມ​ໃດ​ສັງ​ຄົມ, ລູກ​ຄ້າ​​ມີ​ຄວາມ​ເຊື່ອ​ໝັ້ນ​ເຂົ້າ​ບັນ​ດາ​ຄຸນ​ຄ່າ ແລະ ຫຼັກ​ການນີ້​ຂອງວິ​ສາ​ຫະ​ກິດ​, ວິ​ສາ​ຫະ​ກິດ​ຈຶ່ງ​ມີ​​ໂອ​ກາ​ດ​ພັດ​ທະ​ນາ​ໃຫ້ເຕີບ​ໃຫຍ່. ​​ຂາດວັດ​ທະ​ນະ​ທຳ​ເວົ້າ​ລວມ, ​ຂາດ​ວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດ​ເວົ້າ​ສະ​ເພາະ​ແມ່ນ​ເສຍ​ຕົນ​ເອງ. ບໍ່​ມີ​ຄວາມ​ເສຍ​ຫາຍ​ໃດ​ໃຫຍ່ກວ່າ ແລະ ແກ້​ໄຂ​ຫຍຸ້ງ​ຍາກກວ່າ​ຄວາມ​ເສຍ​ຫາຍນັ້ນ”.

        ທີ່​ພິ​ທີ, ຄະ​ນະ​ຈັດ​ຕັ້ງ​ກໍ່​ປະ​ກ​າດ​ຂໍ້​ຕົກ​ລົງ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຖື​​ເອົາວັນ​ທີ 10/11 ​ຂອງ​ທ​ຸກ​ປີ​ແມ່ນ “ວັນ​ວັດ​ທະ​ນະ​ທຳ​ວ​ິ​ສາ​ຫະ​ກິດ​ຫວຽດ​ນາມ”. ທີ່​ພິ​ທີ​ປ​ຸກ​ລະ​ດົມ, ​ສະ​ຫະສະ​ມາ​ຄົມ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ໄດ້​ລົງ​ນາມ​ກັບ​​ສ​ະ​ຫະສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຍິງ​ຫວຽດ​ນາມ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ເພື່ອ​ແນ​ໃສ່​ສົ່ງ​ເສີມກ​ານ​ປະ​ຕິ​ບັດ​ບັ້ນ​ຂົນ​ຂວາຍ “​ສ້າງວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດ​ຫວຽດ​ນາມ”.

ຂ່າວ/ບົດ​ອື່ນ