“ວັນກົດໝາຍແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ” ປີ 2013

“ວັນກົດໝາຍແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ” ປີ 2013 - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 09 ພະຈິກ ປະຈຳ​ປີ​ແມ່ນ​ວັນ​ກົດໝາຍແຫ່ງສາທາລະນະ​ລັດ​ສັງຄົມ​ນິຍົມຫວຽດນາມ. ນີ້​ແມ່ນ​ເນື້ອ​ໃນ​ເຊິ່ງກະຊວງ​ຍຸຕິ​ທຳ​ຫວຽດນາມ ຍື່ນ​ສະ​ເໜີ​ຕໍ່​ນາຍົກລັດຖະມົນຕີ​ເຊັ່ນ​ອະນຸມັດ ​ເພື່ອ​ໃຫ້​ບັນດາ​ທ້ອງ​ຖິ່ນ ​ແລະ ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ພ້ອມ​ກັບ​ທົ່ວ​ປວງ​ຊົນ​ປະຕິບັດ. ວັນ​ກົດໝາຍ​ຈັດ​ຕັ້ງ​ຂຶ້ນ ​ເພື່ອ​ແນ​ໃສ່​ເຊີດ​ຊູ​ລັດຖະທຳ​ມະນູນ, ກົດໝາຍ, ສຶກສາ​ແນວ​ຄິດ​ເຄົາລົບ​ກົດໝາຍ​ໃຫ້​ແກ່​ທຸກ​ຄົນ​ໃນ​ສັງຄົມ. ປີ 2013 ​ແມ່ນ​ປີ​ທຳ​ອິດ​ທີ່​ຫວຽດນາມ ຈັດ​ຕັ້ງ​ວັນ​ກົດໝາຍ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ນັ້ນ​ແມ່ນ​ວຽກ​ງານ​ທີ່​ທົ່ວ​ປວງ​ຊົນ ​ແລະ ກໍ່​ແມ່ນ​ປີ​ຮັບຮູ້​ເຫດການ​ທີ່​ມີ​ຄວາມ​ສຳຄັນ​ຍິງ​ໃນ​ຊີວິດ​ການ​ເມືອງ - ກົ​ດໝາຍ​ຂອງ​ປະ​ເທດ​ຊາດ, ​ນັ້ນ​ແມ່ນ​ທົ່ວ​ປວງ​ຊົນ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ປະ​ດອບຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ (ສະບັບ​ປັບປຸງ) ຂອງ​ໄລຍະ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທ​ດອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ​ເຊື່ອມ​ໂຍງ​ເຂົ້າກັນ​ສາກົນ. ຫົວ​ຂໍ້​ຂອງ​ວັນ​ກົດໝາຍປີ 2013 ​ແມ່ນ “ທົ່ວ​ປວງ​ຊົນ​ກໍ່ສ້າງ, ປະຕິບັດ ​ແລະ ປົກ​ປັກ​ຮັກສາ​ລັດຖະທຳ​ມະນູນ ​ເພື່ອ​ຈຸດໝາຍ​ປະຊາ​ຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸຕິ​ທຳ, ສີວິ​ໄລ”. ​ ​ວັດ​ກົດໝາຍ​ຈະ​ໄດ້​ຈັດ​ຂຶ້ນ​​​ແຕ່​ວັນ​ທີ 04 ພະຈິກ - 10 ພະ​ຈິກ 2013.
ຂ່າວ/ບົດ​ອື່ນ