ວັນກະວີຫວຽດນາມຄັ້ງທີ 10 ທີ່ມີການເຂົ້າຮ່ວມ ຂອງນັກກະວີ ຕ່າງປະເທດ

ວັນກະວີຫວຽດນາມຄັ້ງທີ 10 ທີ່ມີການເຂົ້າຮ່ວມ ຂອງນັກກະວີ ຕ່າງປະເທດ - ảnh 1
( ພາບ : vnweblogs.com )

(vovworld)- ປີ​ນີ້, ວັນ​ກະວີ​ຫວຽດນາມ​ຄັ້ງ​ທີ 10  ​ໄດ້​ຈັດ​ຂຶ້ນ​ຢູ່ ວັນ​ມ໋ຽວກວົກຕືຢ໋າມ (​ເຊິ່ງ​ແມ່ນ​ມະຫາວິທະຍາ​ໄລ​ແຫ່ງ​ທຳ​ອິດ​ຂອງ​ຫວຽດນາມ) ຮ່າ​ໂນ້ຍ ​ໃນ​ວັນ​ທີ 14 ​ເດືອນ​ຈຽງ ​ໄລ່​ຕາມ​ຈັນທະ​ປະຕິທິນ ຫວຽດນາມ. 10 ​ແຂວງ, ນະຄອນ ທີ່​ຕ່າງ​ໜ້າ​ໃຫ້​ບັນດາ​ເຂດ​ແຄ້ວ​ນ ຈະ​ເຂົ້າ​ຮ່ວມ​ວັນ​ກະວີ ຫວຽດນາມ ດ້ວຍ​ການ​ເຄື່ອນ​ໄຫວ​ຕ່າງໆຄື: ສະ​ແດງ​ສິລະ​ປະ, ອ່ານ, ຂັບ​ກະວີ, ງານ​ພົບ​ປະລະ​ຫວ່າງ​ນັກ​ກະວີ​ກັບ ປຊຊ . ​ໂດຍ​ແຕກ​ຕ່າງ​ກັບ​ທຸກ​ປີ, ວັນ​ກະວີ​ຫວຽດນາມ​ຄັ້ງ​ທີ 10 ຈະ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກ​ກະວີ​ຕ່າງປະ​ເທດ. ນັກ​ກະວີ ຫງວຽນ​ກວາງ​ທ່ຽວ, ຫົວໜ້າ​ຄະນະ​ຈັດ​ຕັ້ງວັນ​ກະວີ​ຫວຽດນາມ​ຄັ້ງ​ທີ 10 ​ເນັ້ນ​ໜັກ​ວ່າ:

ວັນ​ກະວີ​ຫວຽດນາມ​ຄັ້ງ​ທີ 10 ​ໄດ້ກາຍ​ເປັນ​ງານ​ບຸນ, ​ຂອງນັກ​ກະວີ ​ແລະ ຜູ້​ນິຍົມ​ກະວີ​ຫຼາຍ​ຄົນ, ນີ້​ແມ່ນ​ງານ​ບຸນ​ທີ່​ເປັນ​ມູນ​​ເຊື້ອ. ຜູ້ຕ່າງ​ໜ້າ​ບັນດານັກ​ກະວີ​ທີ່​ມາ​ຈາກ 10 ​ແຂວງ, ນະຄອນ​ຈະ​ນຳ​ມາ​ເຊິ່ງວັນ​ກະວີ​ບັນດາ​ມໍລະດົກ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ທີ່​ສຸດ​ເພື່ອ​ພ້ອມ​ກັນ​ອ່ານ, ຂັບ​ກະວີ.

ຂ່າວ/ບົດ​ອື່ນ