ວັນທີ 10/10, ກໍ່າປັ່ນ ຂົນສົ່ງນ້ຳມັນ Sunrise 689 ທີ່ປະສົບເຄາະຮ້າຍ ໄດ້ມາຮອດແຂວງ ບ່າເຮີ້ຍ - ວຸ້ງເຕົ່າ

ວັນທີ 10/10, ກໍ່າປັ່ນ ຂົນສົ່ງນ້ຳມັນ Sunrise 689 ທີ່ປະສົບເຄາະຮ້າຍ ໄດ້ມາຮອດແຂວງ ບ່າເຮີ້ຍ - ວຸ້ງເຕົ່າ - ảnh 1
(ກໍ່າ​ປັ່ນ​ຂົນ​ສົ່ງ​ນ້ຳມັນ Sunrise 689)

(vovworld) – ກ່ຽວ​ກັບ​ເລື່ອງ​ກໍ່າ​ປັ່ນຂົນ​ສົ່ງ​ນ້ຳມັນ Sunrise 689 ຂອງ​ບໍລິສັດ​ຫຸ້ນ​ສ່ວນຕໍ່​ກໍ່າ​ປັ່ນຫາ​ສິນ​ທະ​ເລ ຫາຍ​ຟ່ອງ ​ຖືກ​ໂຈນ​ສະ​ລັດ​ປຸ້ນ​ສະດົມ ​ແລະ ບໍ່​ສາມາດ​ຕິດ​ຕໍ່​ສື່ສານໄດ້​ແຕ່​ວັນ​ທີ 03/09. ຕອນ​ບ່າຍ​ວັນ​ທີ 09/10, ຕາມ​ພົນ​ຈັດຕະວາ ຫງວຽນ​ວັນ​ເຕືອງ, ຜູ້​ຮັບຜິດຊອບ​ວຽກ​ງານການ​ເມືອງ​ກອງບັນຊາ​ການຕຳຫຼວດ​ທະ​ເລ​ຫວຽດນາມ ​ແລ້ວ, ຕ້ອນ​ບ່າຍ​ວັນ​ທີ 10/10, ກໍ່າ​ປັ່ນ​ຂົນ​ສົ່ງ​ນ້ຳມັນ Sunrise 689 ​ໄດ້​ມາ​ຮອດ​ແຂວງ​ບ່າ​ເຮີ້ຍ - ວຸ້ງ​ເຕົ່າ.

        ກອນ​ໜ້າ​ນັ້ນ, ຕອ​ນ​ເຊົ້າ​ວັນ​ທີ 09/10, ພາຍ​ຫຼັ​ງ​ໄດ້​ຮັບ​ຂ່າວ​ຈາກ​ກັບຕັນ​ເຮືອຂົນ​ສົ່ງ​ນ້ຳມັນ Sunrise 689 ​​ໂດຍ​ໂທລະ​ສັບ​ມາ​ເຂດ​ດິນ​ຕໍ່​ແຜ່ນ ​ແຈ້ງ​ເລື່ອງ​ຖືກ​ປຸ້ນສະດົມ, ກຳລັງ​ບັນຊາ​ຕຳຫຼວດ​ທະ​ເລ​ຫວຽດນາມ ​​ໄດ້ຢັ້ງຢືນ​ທີ່​ຕັ້ງ​ຂອງ​ກໍ່າ​ປັ່ນ​ພວມ​ຢູ່​​ຫ່າງ​ຈາກ​ບໍລິ​ເວນ​ທາງທິດຕາ​ເວັນ​ຕົກສ່ຽງ​ໃຕ້ ​ເກາະ ຮ່ວນ​ຄວາ​ຍ (​ແຂວງ​ກ່າ​ເມົາ) ປະມານ 80 ​ໄມທະ​ເລ. ຕຳຫຼວດ​ທະ​ເລ​ຫວຽດນາມ ​ໄດ້​ສົ່ງ​ກໍ່າ​ປັ່ນ 2 ລຳໄປ​ເຖິງທີ່​ຕັ້ງ​ຂອງ​ກໍ່າ​ປັ່ນ Sunrise 689. ຮອດ​ເວລາ 15​ ໂມງ 15 ນາທີ, ວັນ​ທີ 09/10, ຕຳຫຼວດ​ທະ​ເລ​ໄດ້​ຂຶ້ນ​ກໍ່າ​ປັ່ນ Sunrise 689 ​ແລະ ໜ່ວຍ​ປະຕິບັດ​ງາ​ນ​ໄດ້​​ເຮັດ​ວຽກ​ງານ​ປະຖົມພະຍາບານ​ໃຫ້ລູກ​​ເຮືອ​ທີ່​ຖືກ​ບາດ​ເຈັບ, ພ້ອມ​ທັງ​ຊີ້​ທາງ​ກັບ​ເມືອ​​ແຂວງ ​ບ່າ​ເຮີ້ຍ - ວຸ້ງ​ເຕົ່າ.

ຂ່າວ/ບົດ​ອື່ນ