“ວັນ​ບຸນ​ກຳ​ມະ​ກອນ - ງານຕະຫຼາດ​ນັດ​ແຫ່ງ​ຄວາມ​ຮັກ”

(VOVWORLD) -ຕອນຄ່ຳວັນທີ 22 ມັງກອນ, ສະຫະພັນ ແຮງງານ ນະຄອນ ໂຮ່ຈີມິນ ໄດ້ໄຂລາຍການ “ວັນບຸນກຳມະກອນ - ງານຕະຫຼາດນັດແຫ່ງຄວາມຮັກ” ຢູ່ສວນສາທາລະນະ ໝູ່ບ້ານດອກໄມ້, ເມືອງ ງໍ່ເວິບ, ນະຄອນ ໂຮຈີມິນ.
“ວັນ​ບຸນ​ກຳ​ມະ​ກອນ - ງານຕະຫຼາດ​ນັດ​ແຫ່ງ​ຄວາມ​ຮັກ” - ảnh 1ມອບຂອງຂວັນໃຫ້ແກ່ກຳມະກອນ 

ວັນບຸນໄດ້ດຳເນີນແຕ່ວັນທີ 22 – 26 ມັງກອນ ຊຶ່ງມີຮ້ານວາງສະແດງຂາຍສິນຄ້າ ຮັບໃຊ້ບຸນເຕັດກ່ວາ 100 ຮ້ານຂອງ ວິສາຫະກິດ 71 ແຫ່ງ. ທີ່ງານຕະຫຼາດນັດ ວິສາຫະກິດລ້ວນແຕ່ຂາຍສິນຄ້າດ້ວຍລາຄາພິເສດເພື່ອໜູນຊ່ວຍກຳມະກອນ. ໃນລາຍການນີ້, ສະຫະພັນ ແຮງງານນະຄອນ ໂຮ່ຈີມິນ ໄດ້ມອບ ບັດຊື້ເຄື່ອງ 1500 ບັດ ໃຫ້ແກ່ສະມາຊິກກຳມະບານທີ່ມີຄາມຫຍຸ້ງຍາກ, ແຕ່ລະບັດມີມູນຄ່າ 300.000 ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ