ວັນ​ບຸນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ, ກົກ​ເຄົ້າ​ເຫງົ້າ​ກໍ່​ຜູກ​ມັດ​ຊົນ​ຊາດ​ຫວຽດ​ນາມ

(VOVWORLD) - ຢູ່ Berlin (ປະເທດ ເຢຍລະມັນ), ວັນບຸນໄຫວ້ບຸຊາເຈົ້າຊີວິດຮຸ່ງ ໂດຍປະຊາຄົມຊາວຫວຽດນາມ ອາໄສຢູ່ເຢຍລະມັນຈັດຕັ້ງກໍ່ໄດ້ດຳເນີນໃນວັນທີ 10 ເມສາ. 
ວັນ​ບຸນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ, ກົກ​ເຄົ້າ​ເຫງົ້າ​ກໍ່​ຜູກ​ມັດ​ຊົນ​ຊາດ​ຫວຽດ​ນາມ - ảnh 1ປະຊາຄົມຊາວຫວຽດນາມ ອາໄສຢູ່ຢູແກຼນປະຕິບັດພິທີກຳໄຫວ້ບຸຊາເຈົ້າຊີວິດຮຸ່ງ (ພາບ: VOV)

        ຊຸມວັນນີ້, ພ້ອມກັບປະຊາຊົນໃນທົ່ວປະເທດ, ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເປັນກຽດຈັດຕັ້ງວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ. ວັນທີ 10 ເມສາ, ປະຊາຄົມຊາວຫວຽດນາມ ອາໄສຢູ່ ສະຫະພັນລັດເຊຍ ໄດ້ເປັນກຽດຈັດຕັ້ງ ວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ ປີ 2022. ວັນບຸນໄດ້ດຳເນີນຢູ່ນະຄອນຫຼວງ ມົດສະກູ ແລະ ນະຄອນ Saint Petersburg. ທ່ານ ຫງວຽນກວັກຮຸ່ງ, ຮອງປະທານສະມາຄົມຊາວຫວຽດນາມ ອາໄສຢູ່ ສະຫະພັນລັດເຊຍ ເນັ້ນໜັກວ່າ ວັນບຸນໄຫວ້ບູຊາ ເຈົ້າຊີວິດຮຸ່ງ ແມ່ນໂອກາດເພື່ອໃຫ້ຊາວຫວຽດນາມ ພົບປະກັນ, ຫວນຄືນກົກເຄົ້າເຫງົ້າກໍ່ “ລູກມັງກອນຫຼານເທວະດາ” ຂອງຕົນ ແລະ ມີຄວາມເອກອ້າງທະນົງໃຈ, ຄວາມຜູກມັດຕື່ມອີກ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກໃນການດຳລົງຊີວິດ, ຮ່ວມແຮງຮ່ວມໃຈກໍ່ສ້າງປະເທດຊາດ.

        ຢູ່ Berlin (ປະເທດ ເຢຍລະມັນ), ວັນບຸນໄຫວ້ບຸຊາເຈົ້າຊີວິດຮຸ່ງ ໂດຍປະຊາຄົມຊາວຫວຽດນາມ ອາໄສຢູ່ເຢຍລະມັນຈັດຕັ້ງກໍ່ໄດ້ດຳເນີນໃນວັນທີ 10 ເມສາ. ກ່າວຄຳເຫັນໃນໂອກາດນີ້, ທ່ານນາງ ຟ້າມກິ່ງງາ ທູດການຂ່າວສາກົນ, ຫົວໜ້າຄະນະຈັດຕັ້ງວັນບຸນໄຫວ້ບຸຊາເຈົ້າຊີວິດຮຸ່ງ  ບັນນາທິການໃຫຍ່ Viet-bao.de ໄດ້ສະແດງຄວາມເປັນກຽດເມື່ອໄດ້ ຮັບການມອບໝາຍຈາກຄະນະໂຄງການວັນບຸນໄຫວ້ບຸຊາເຈົ້າຊີວິດຮຸ່ງ ຫວຽດນາມ ທົ່ວໂລກ ຄັ້ງທຳອິດ ພ້ອມກັບຊາວຫວຽດນາມ ອາໄສຢູ່ເຢຍລະມັນ ສວມບົດບາດເປັນຫົວໜ່ວຍຈຸດສຸມຢູ່ ເອີລົບຈັດຕັ້ງວັນບຸນໄຫ້ວບຸຊາເຈົ້າຊີວິດຮຸ່ງ ທົ່ວໂລກ.

        ຍ້ອນ ໂລກລະບາດໂຄວິດ - 19 ຢູ່ໄທຍັງມີ ການຜັນແປຢ່າງສັບສົນ, ດັ່ງນັ້ນຊາວຫວຽດນາມ ອາໄສຢູ່ແຂວງ ອູດອນທານີ ຈັດຕັ້ງວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງໃນປີນີ້ດ້ວຍຂອບຂະໜາດນ້ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ