ວັນບຸນ ອີສະເຕີ ຂອງຊາວຄິຼິດ ໄດ້ປະຕິບັດການປ້ອງກັນ ສະກັດກັ້ນໂລກລະບາດ ໂຄວິດ 19 ເປັນຢ່າງດີ

(VOVWORLD) -ຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດຫວຽດນາມ ກໍ່ບໍ່ຈັດຕັ້ງວັນບຸນ ອີສະເຕີ ໂດຍມີການເຕົ້າໂຮມຫລາຍຄົນ ຫາກພຽງແນະນຳໃຫ້ບັນດາຄອບຄົວຊາວຄຼິດ ຈັດຕັ້ງຢູ່ ເຮືອນສ່ວນຕົວເທົ່ານັ້ນ.

ວັນທີ 12 ເມສາ, ຊາວຄຼິດ ນັບໝື່ນໆຄົນ ຢູ່ ນະຄອນ ຫາຍຟ່ອງ, ຫາຍເຢືອງ ໄດ້ທຳວັນບຸນ ອີສະເຕີ ພິເສດ ນັ້ນແມ່ນເຂົ້າຮ່ວມພິທີອີສະເຕີທາງອອນລາຍ ເພື່ອປະຕິບັດບັນດາຂໍ້ກຳນົດກ່ຽວກັບການແຍກຕົວທົ່ວສັງຄົມ, ປ້ອງກັນ ສະກັດກັ້ນໂຄວິດ 19.

ຢູ່ ຫາຍຟ່ອງ, ພິທີອີສະເຕີ ໄດ້ຖ່າຍທອດສົດທາງ ອອນລາຍ ຜ່ານ Youtube, website  ແລະ  Fanpage ຂອງສັງຄະນາຍົກ ເພື່ອໃຫ້ຊາວຄິຼດ ນັບໝື່ນໆຄົນ ຢູ່ ຫາຍຟ່ອງ, ກວ໋າງນີງ ແລະ ຫາຍເຢືອງເຂົ້າຮ່ວມນຳ. ນອກນັ້ນ ຊາວຄຼິດ ກໍ່ສາມາດເຂົ້າຮ່ວມພິທີ ອີສະເຕີ ທາງອອນລາຍ ຈາກ ເຂດຊາວຄິຼິດ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ອີກດ້ວຍ.

ຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດຫວຽດນາມ ກໍ່ບໍ່ຈັດຕັ້ງວັນບຸນ ອີສະເຕີ ໂດຍມີການເຕົ້າໂຮມຫລາຍຄົນ ຫາກພຽງແນະນຳໃຫ້ບັນດາຄອບຄົວຊາວຄຼິດ ຈັດຕັ້ງຢູ່ ເຮືອນສ່ວນຕົວເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ