ວັນຫວຽດນາມ ຢູ່ Saint Amand les Eaux

ວັນຫວຽດນາມ ຢູ່ Saint Amand les Eaux - ảnh 1

ທຸງຊາດ​ຫວຽດນາມ​ຢູ່ Saint Amand les Eaux

(ພາບ:VOV)

(vovworld)- ​ຫວຽດນາມ ຫາ​ກໍ່​ເຂົ້າຮ່ວມ​ງານ​ມະ​ໂຫລານ​ນ້ຳຢູ່​ນະຄອນ Saint Amand les Eaux ຫ່າງ​ຈາກນະຄອນຫຼວງປາຣີ​ ເກືອບ 200 ກມ. ນີ້​ແມ່ນ​ໂອກາດ​ເພື່ອ​ປຶກສາ​ຫາລື​ບັນດາ​ໂຄງການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ທ້ອງ​ຖິ່ນ​ທີ່​ມີ​ທ່າ​ແຮງ​ດ້ານ​ເຕັກ​ໂນ​ໂລ​ຊີ​ກ່ຽວ​ກັບນ້ຳ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ງານ​ມະ​ໂຫລານ, ທ່ານ Alain Bocquet ສະມາຊິກ​ລັດຖະສະພາ, ​ເຈົ້າຄອງ​ນະຄອນ ​ໃຫ້​ຮູ້​ວ່າ:

   “ງານ​ມະ​ໂຫລານ​ນ້ຳປີ​ນີ້​ຖືກ​ດຳ​ເນີນ​ໄປ​ໃນ​ໂອກາດ​ສອງ​ປະ​ເທດສະ​ເຫລີ​ມສະ ຫລອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ ​ແລະ ຈັດ​ປີ​ພົບ​ປະ​ແລກປ່ຽນຊື່​ງກັນ ​ແລະ ກັນ. ສະນັ້ນພວກຂ້າພະ​ເຈົ້າຕົກລົງ​ຖືເອົ​າຫົວ​ເລື່ອງ​ແມ່ນ​ຫວຽດນາມ ​ແລະ ​ເຊີນ​ຫວຽດນາມ ມາ​ເປັນ​ແຂກ​ກິ​ຕິ​ມະ​ສັກ”.

ວັນຫວຽດນາມ ຢູ່ Saint Amand les Eaux - ảnh 2
ທ່ານ​ເຢືອງຈິ​ຢຸງ ​ແລະ ທ່ານ Alain Bocquet

(ພາບ:VOV)

  ສ່ວນ​ທ່ານ​ເຢືອງຈິ​ຢຸງ ​ເອກ​ອັກ​ດຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຝະລັ່ງ ​ໄດ້​ຕີ​ລາຄາ​ສູງ​ງານ​ມະ​ໂຫລານ​ນ້ຳ, ຖື​ວ່າ​, ນີ້​ແມ່ນ​ການ​ເຄື່ອນ​ໄຫ​ວທີ່​ມີ​ຄວາມ​ໝາຍ​ໃນປີ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ສອງ​ປະ​ເທດ:

   “ຫວຽດນາມ ຢາກ​ແນະນຳ​ໃຫ້​ພວກ​ເພື່ອນ​ກ່ຽວ​ກັບ​ວັດທະນະທຳ​ປູກ​ເຂົ້າ, ອາ ຫານ​ການ​ກິນ, ບັນດາ​ຊຸດ​ອາພອນ​ພື້ນ​ເມືອງ, ຮູບ​ຖ່າຍ​ຂອງ​ບັນດາ​ນັກ​ຖ່າຍຮູບຝະລັ່ງ ຖ່າຍ​ກ່ຽວ​ກັບ​ຫວຽດນາມ ​ແລະ ກໍ່​ໄດ້ຈັດ​ງານ​ຕະຫລາດນັດ​ແນະ​ນຳ​ບັນດາ​ຜະ​ລິດ​ຕະພັນ​ຂອງ​ຫວຽດນາມ”.

 

ຂ່າວ/ບົດ​ອື່ນ