ວິສາຫະກິດຫວຽດນາມເຊື່ອມຕໍ່,ຮ່ວມມືເພື່ອຊຸກຍູ້ການສົ່ງອອກ

ວິສາຫະກິດຫວຽດນາມເຊື່ອມຕໍ່,ຮ່ວມມືເພື່ອຊຸກຍູ້ການສົ່ງອອກ - ảnh 1
ບຸ່ຍ​ແທງ​ເຊີນ, ຫົວໜ້າ​ກົມ​ສົ່ງ​ເສີມ​ການ​ຄ້າ​, ກະຊວງ​ອຸດສາຫະກຳ ການ​ຄ້າ ກ່າວຄຳເຫັນທີ່ເວທີປາໄສ
(ພາບ: Hoàng Hùng/TTXVN)

(vovworld) –  ​ວັນ​ທີ 13/4, ກະຊວງ​ອຸດສາຫະກຳ, ການ​ຄ້າ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ເວທີ​ປາ​ໄສ​ສົ່ງ​ເສີມ​ການ​ສົ່ງ​ອອກ ຫວຽດນາມ ປີ 2016, ດ້ວຍ​ຫົວ​ຂໍ້​ວ່າ: “ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ວິ​ສາ​ຫະກິດ ຫວຽດນາມ, ຂຸດ​ຄົ້ນ​ກາລະ​ໂອກາດ​ຈາກ​ບັນດາ​ສັນຍາ​ການ​ຄ້າ​ເສ​ລີ ​ເພື່ອ​ແນ​​ໃສ່​ຈຸດໝາຍ​ພັດທະນາ​ຕະຫຼາດ​ສົ່ງ​ອອກ.” ທີ່​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ຖື​ວ່າ: ​ໃນຊຸມ​ປີຜ່ານມາ, ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ພໍ​ສົມຄວນ. ​ໃນ​ຂົງ​ເຂດ​ສົ່ງ​ອອກ, ສິນຄ້າ​ຂອງ ຫວຽດນາມ ຖືກສົ່ງ​ອອກ​ໄປ​​ເຖິງກ່ວາ 200 ປະ​ເທດ​ໃນ​ໂລກ. ພິ​ເສດ, ປີ 2015, ອີກ​ເທື່ອ​ໜຶ່ງ, ຫວຽດນາມ ບັນລຸ​ຂີດ​ໝາຍ​ໃໝ່​ໃນ​ວົງ​ເງິນ​ສົ່ງ​ອອກ​ດ້ວຍ​ມູນ​ຄ່າ​ກ່ວາ 160 ຕື້ USD, ​ໂຄງ​ປະກອບ​ສິນຄ້າ​ມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ, ອັດ​ຕາ​ສ່ວນ​ບັນດາ​ໝວດ​ສິນຄ້າ​ປຸງ​ແຕ່ງ​ມີ​ມູນ​ຄ່າ​ເພີ່ມ​ໄດ້​ເພີ່ມ​ຂຶ້ນ​ສູງ​​​ເທື່ອ​ລະ​ກ້າວ… ບັນດາ​ຜູ້​ແທນ​ຖື​ວ່າ: ​ເພື່ອ​ຜ່ານ​ຜ່າ​ບັນດາ​ການທ້າ​ທາຍ ​ແລະ ບັນລຸ​ໄດ້ຜົນ​ງານ​ໃນ​ການ​ສົ່ງ​ອອກ, ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ຕ້ອງ​ມີ​ການ​​ເຊື່ອມ​ຕໍ່, ຮ່ວມ​ມື​ນຳ​ກັນ. ​ເພື່ອ​ໜູນ​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ໃນ​ການ​ສົ່ງ​ເສີມ​ດ້ານ​ການ​ຄ້າ, ​ໄລຍະ​ຈະ​ມາ​ເຖິງ, ທ່ານ ບຸ່ຍ​ແທງ​ເຊີນ, ຫົວໜ້າ​ກົມ​ສົ່ງ​ເສີມ​ການ​ຄ້າ​, ກະຊວງ​ອຸດສາຫະກຳ ການ​ຄ້າ, ​ໃຫ້​ຮູ້​ວ່າ:

        “ປີ 2016, ພວກ​ຂ້າພະ​ເຈົ້າ​ຈະ​ຍູ້​ແຮງ​ການ​ປະຕິບັດ​ການ​ໜູ​ນຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ. ກ່ອນ​ອື່ນ​ໝົດ​ແມ່ນ​ສະໜອງ, ​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ​​ໄຈ້​ແຍກ​ບັນດາ​ຂໍ້​ມູນ​ຂ່າວສານ​ໃຫ້​ບັນດາ​ໝວດ, ຂະ​ແໜງ​ສິນຄ້າ ດ້ວຍ​​ຕະຫຼາດ​​ແຕ່​ລະ​ແຫ່ງ​ຢ່າງລະອຽດ. ທີ​ສອງ​ແມ່ນ​ເພີ່ມ​ທະວີ​ການ​ສະໜອງ​ຂໍ້​ມູນ​ຂ່າວສານ ​ແລະ ​ໄຈ​້​ແຍກຕະຫຼາດ. ທີ​ສາມ ​ແມ່ນ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ເພື່ອ​​ແນ​ໃສ່​ຍົກ​ສູງ​ກຳລັງ​​ແກ່ງ​ແຍ້​ງ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ.”


ຂ່າວ/ບົດ​ອື່ນ