ວິສາຫະກິດຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດສິນໃນນ້ຳທົ່ວໂລກ ບຣຸກແຊນ 2015

ວິສາຫະກິດຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດສິນໃນນ້ຳທົ່ວໂລກ ບຣຸກແຊນ 2015 - ảnh 1
ວິ​ສາ​ຫະກິດ​ຫວຽດນາມ ເຂົ້າ​ຮ່ວມ SEG ຄັ້ງ​ທີ 23
(ພາບ: baotintuc.vn)


​(vovworld) –  ມີ​ວິ​ສາ​ຫະກິດ​ປຸງ​ແຕ່ງ​ສິນ​ໃນ​ນ້ຳ ສັງ​ກັດສະຫະສະມາຄົມປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ​ຫວຽດນາມ (VASEP) ​ແລະ ວິ​ສາ​ຫະກິດ​ພາກ​ເອກະ​ຊົນ​ເກືອບ 50 ​ແຫ່ງ ​ໄດ້​ເຂົ້າ​ຮ່ວມງານ​ຕະຫຼາດ​ນັດ​ສິນ​ໃນ​ນ້ຳ​ທົ່ວ​ໂລກ ບຣຸກ​ແຊນ 2015 (SEG) ຄັ້ງ​ທີ 23. ​ເຊິ່ງດຳ​ເນີນ​ໄປ​ແຕ່​ວັນ​ທີ 21 – 23/04, ຢູ່​ສູນ​ຈັດງານ​ວາງສະ​ແດງ​ສາກົນ Hetsel ຢູ່​ນະຄອນຫຼວງ​ບຣຸກ​ແຊນ, SEG ​ແມ່ນ​ເຫດການ​ປະຈຳ​ປີ​ທີ່ໃຫຍ່​ກວ່າ​ໝູ່​ໃນ​ຂົງ​ເຂດ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳຂອງ​ເອີ​ລົບ, ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດເກືອບ 2.000 ​ແຫ່ງ ທີ່​ມາ​ຈາກ 100 ປະ​ເທດ​ໃນ​​ໂລກ, ​ເພື່ອ​ແນ​ໃສ່​ພົບ​ປະ, ​ແລກ​ປ່ຽນ, ລົງ​ນາມ​ບັນດາ​ສັນຍາ​​ແລກປ່ຽນ​ຄ້າຂາຍ. ຕອນ​​ເຊົ້າ​ວັນ​ທີ 21/04, ທ່ານ​ເອກ​ອັກຄະ​ລັດຖະທູ​ດຫວຽດນາມ ປະຈຳ ລາຊະ​ອານາຈັກ​ແບນ​ຊິກ, ທັງ​ຮັບຜິດຊອບ​ການ​ທູດ​ຢູ່ລາຊະ​ອານາຈັກ Luxemboung, ​ເວື​ອງ​ເທື່ອ​ຟອງ, ພ້ອມ​ກັບ​ບັນດາ​ທີ່​ປຶກສາ​ດ້ານ​ການຄ​້າຂອງ​ຫວຽດນາມ ປະຈຳຢູ່​ບາງ​ປະ​ເທ​ດ​ເອີ​ລົບ ​ໄດ້​ມາ​ຢ້ຽມຢາມ​ເຂດ​ວາງສະ​ແດງ​ຂອງ​ຫວຽດນາມ. ບັນດາ​ຜະລິດ​ຕະພັນ​ສິນ​ໃນ​ນ້ຳຂອງ​ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ປີ​ນີ້​ມີ​​ຜະລິດ​ຕະພັນຫຼາຍ​ຢ່າງ, ​ຕົ້ນ​ຕໍ່​​ແມ່ນ; ກຸ້ງ, ປາຈາ, ປາ​ບາ​ຊາ… ພິ​ເສດ​​ແມ່ນ ປາທູ​ນາ ທີ່​ສະຫງວນ​ໃຫ້​ຕະຫຼາດ​ເອີ​ລົບ.

ຂ່າວ/ບົດ​ອື່ນ