ວິສາຫະກິດໄຕຫວັນ(ຈີນ) ປາດຖະໜາຢາກເປີດ ກ້ວາງການດຳເນີນ ທຸລະກິດຢູ່ຫວຽດນາມ


ວິສາຫະກິດໄຕຫວັນ(ຈີນ) ປາດຖະໜາຢາກເປີດ ກ້ວາງການດຳເນີນ ທຸລະກິດຢູ່ຫວຽດນາມ - ảnh 1
(ພາບ: Chinhphu.vn)

(vovworld) – ວັນ​ທີ 6/11,​​​ ຫ້ອງການ​ສົ່ງ​ເສີມ​ການ​ຄ້າ​ໄຕ​ຫວັນ (ຈີນ) ປະຈຳ​ນະຄອນ​ໂຮ່ຈິ​ມິນ (TAITRA) ​ໄດ້ຈັດ​ລາຍການ “ພົບ​ປະ​ແລກປ່ຽນ​ດ້ານ​ການ​ຄ້າ​ຫວຽດນາມ-​ໄຕ​ຫວັນ​ປີ 2014“ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ວິ​ສາ​ຫະກິດໄຕ​ຫວັນ (ຈີນ) ​ເກືອບ 50 ​ແຫ່ງ​ເພື່ອ​ພົບ​ປະ​ແລກປ່ຽນ, ຊອກ​ຫາ​ຄູ່​ຮ່ວມ​ມື, ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ​ຄ້າຂາຍບັນດາ​ໝວດ​ຜະລິດ​ຕະພັນຄື: ​ເຄື່ອງ​ອຸປະກອນ​ເຍືອງ​ທາງ, ​ດອກໄຟ​ໃຊ້​ພະລັງງານ​ແສງ​ຕາ​ເວັນ, ​ເຄື່ອງ​ອຸປະກອນ​ການ​ແພດ, ສາຍ​ກາບ​ໄຟຟ້າ, ວັດ​ສະ​ດຸ​ກໍ່ສ້າງ…​ທີ່​ລາຍການ, ບັນດາວິ​ສາ​ຫະກິດໄຕ​ຫວັນ (ຈີນ) ປາດ​ຖະໜາ​ຢາກເປີດ​ກ້ວາງ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ຕະຫຼາດຫວຽດນາມ, ຊຸກຍູ້​ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ພົບ​ປະ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ​ພ້ອມ​ກັບ​ບັນດາ​ນັກ​ສະໜອງ​ໄຕ​ຫວັນ​ໃນ​ຫຼາຍ​ຂົງ​ເຂດ​ວິຊາ​ຊີບ​ແຕກ​ຕ່າງ​ກັນ.

   ປະຈຸ​ບັນ, ມີວິ​ສາ​ຫະກິດ​ໄຕ​ຫວັນ​ກ່ວາ 2700 ​ແຫ່ງ​ພວມ​ເຄື່ອນ​​ໄຫວ​ຢູ່​ຫວຽດນາມ, ​ໃນ​ນັ້ນ, ຢູ່​ນະຄອນ​ໂຮ່ຈິ​ມິນ​ມີ​ວິ​ສາ​ຫະກິດ​ກ່ວາ 1000 ​ແຫ່ງ./.

ຂ່າວ/ບົດ​ອື່ນ